ຄະນະຈັດຕັ້ງກອງປະຊຸມIPU 132ພົບປະກັບບັນດາ
ເອກອັກຄະລັດຖະທູດ, ອຸປະທູດ
ພາບ:vietnamplus.vn
|
(vovworld)- ວັນທີ 6/2, ຢູ່ສຳນັກງານສະພາແຫ່ງຊາດ, ຄະນະຈັດຕັ້ງກອງປະຊຸມຊາມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132(IPU132) ໄດ້ພົບປະກັບບັນດາເອກອັກຄະລັດຖະທູດ, ອຸປະທູດ, ຫົວຫນ້າບັນດາອົງການທູຕານຸທູດ ແລະ ບັນດາອົງການສາກົນຢູ່ຮ່າໂນ້ຍ ເພື່ອສະຫນອງຂໍ້ມູນຂ່າວສານກ່ຽວກັບວຽກງານຈັດຕັ້ງ IPU 132 ແລະ ບັນດາກອງປະຊຸມກ່ຽວຂ້ອງ. ກ່າວຄຳເຫັນທີ່ການພົບປະ, ທ່ານ ເຈີນວັນຮັ່ງ, ຫົວຫນ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ, ຮອງຫົວຫນ້າຄະນະປະຈຳຄະນະຈັດຕັ້ງຂັ້ນລັດກ່ຽວກັບ IPU132 ໃຫ້ຮູ້ວ່າ: ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 ດຳເນີນໄປຢູ່ຮ່າໂນ້ຍ ແຕ່ວັນທີ 28/3-1/4 ແມ່ນເຫດການສຳຄັນ ໂດຍມີການເຂົ້າຮ່ວມຂອງຜູ້ແທນສາກົນເກືອບ 2000 ຄົນ. ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ດັ່ງກ່າວ ເປັນຂີດໝາຍສຳຄັນໃນຂົງເຂດການຕ່າງປະເທດລັດຖະສະພາເວົ້າສະເພາະ ແລະ ການພົວພັນຕ່າງປະເທດຂອງຫວຽດນາມ ເວົ້າລວມ.