ການຍິງປືນຢູ່ ຝະລັ່ງ, 8 ຄົນຮັບບາດເຈັບ

(VOVWORLD) - ວັນທີ 02 ກໍລະກົດ ເກີດເຫດການຍິງປືນຢູ່ນອກໂບດມຸດສະລິມໃນນະຄອນ Avignon ທາງພາກໃຕ້ ຝະລັ່ງ, ເຮັດໃຫ້ 8 ຄົນຮັບບາດເຈັບ

ຕົວພະຍານໃຫ້ຮູ້ວ່າ: ໜຶ່ງໃນສອງຄົນບຸກໂຈມຕີໄດ້ປິດໜ້າ ແລະ ຍິງປືນໃນຂະນະທີ່ທຸກຄົນພວມຍ່າງອອກຈາກໂບດ ກ່ອນທີ່ຫຼົບໜີອອກຈາກສະຖານທີ່ເກີດເຫດການ. ເຖິງຢ່າງໃດກໍ່ຕາມ, ໜັງສືພິມ La Provence ຄັດສະເໜີແຫຼ່ງຂ່າວໃຫ້ຮູ້ວ່າ ເຈົ້າໜ້າທີ່ບໍ່ຖືການກະທຳນີ້ແມ່ນການບຸກໂຈມຕີການກໍ່ການຮ້າຍ, ຖືວ່າ ສາຍເຫດຂອງເຫດການນີ້ ແມ່ນກ່ຽວຂ້ອງເຖິງເລື່ອງແກ້ໄຂບັນດາບ້ວງໜີ້ສິນ.


ຕອບກັບ

ຂ່າວ/ບົດ​ອື່ນ