(ພາບ: AFP/TTXVN)
(vovworld)- ວັນທີ 28/6, ໄດ້ເກີດການຕໍ່ສູ້ອັນດຸເດືອດທີ່ສຸດໃນຂະນະທີ່ທະຫານນັບພັນຄົນສັງກັດກຳລັງລັດຖະບານອີຣັກ ດ້ວຍການໜູນຫຼັງຂອງເຮືອບິນສູ້ຮົບ, ລົດຖັງ ແລະ ກົມກອງທຳລາຍລະເບີດໄດ້ບຸກເຂົ້ານະຄອນ Tikrit ເມືອງເອກຂອງແຂວງ Salahudin ແນໃສ່ຍາດເອົານະຄອນແຫ່ງນີ້ຄືນໃໝ່ ຊື່ງຖືກກຳລັງທະຫານກະບົດຢືດຄອງນັບແຕ່ວັນທີ 11/6. ໂຄສົກຂອງນາຍົກລັດຖະມົນຕີອີຣັກ, ທ່ານ Nuri al Maliki ໃຫ້ຮູ້ວ່າ: ເຮືອບບິນຂອງທະຫານລັດຖະບານສືບຕໍ່ບຸກເຂົ້າບັນດາເປົ້າໝາຍມີທະຫານກະບົດ, ການຕໍ່ສູ້ຍັງເກີດຂຶ້ນຢູ່ມໍ່ກັບມະຫາວິທະຍາໄລແຫ່ງ 1. ປະຈຸບັນ, ບັນດາກຳລັງປ້ອງກັນຄວາມສະຫງົບໄດ້ຄວບຄຸມສາຍທາງສຳຄັນເຊື່ອມຕໍ່ນະຄອນຫຼວງແບກແດດ ກັບ Samara ແລະ ນະຄອນຫຼວງແບກແດດ ກັບ Tikrit.
ໃນວັນດຽວກັນ, ຕຳຫຼວດອີຣັກ ໃຫ້ຮູ້ວ່າ: ມີສະມາຊິກກຳລັງປ້ອງກັນຄວາມສະຫງົບ 25 ຄົນໄດ້ເສຍຊີວິດ ແລະ ອີກ 22 ຄົນຖືກບາດເຈັບໃນການປະທະກັນລະຫວ່າງກຳລັງອຳນາດການປົກຄອງອີຣັກ ແລະ ທະຫານກະບົດຢູ່ທາງທິດໃຕ້ ນະຄອນຫຼວງແບກແດດ./.