ການຕໍ່ສູ້ເນລະເທດ ນັກການທູດ ລະຫວ່າງ ລັດເຊຍ ແລະ ຝ່າຍທິດຕາເວັນຕົກ ສືບຕໍ່ປິນຂັ້ນໄດ
(VOVWORLD) - ກ່ອນໜ້ານັ້ນ, ອີຕາລີ ໄດ້ເນລະເທດ ນັກການທູດ ລັດເຊຍ 2 ທ່ານ ພາຍຫຼັງຕຳຫຼວດ ໃຫ້ຮູ້ວ່າ ໄດ້ພົບເຫັນຮ້ອຍເອກທະຫານເຮືອ ອີຕາລີ ຄົນໜຶ່ງ ໄດ້ສົ່ງເອກະສານລັບໃຫ້ແກ່ເຈົ້າໜ້າທີ່ການທະຫານ ລັດເຊຍ ທ່ານໜຶ່ງ ເພື່ອເອົາເງິນ.
ລົດໂອໂຕຂອງທ່ານເອກອັກຄະລັດຖະທູດ ລັດເຊຍ Aleksandr Zmeyevsky ປະຈຳ ສ.ເຊັກໂກ ຢູ່ນອກກະຊວງການຕ່າງປະເທດ ເຊັກໂກ (ພາບ: AP) |
ການຕໍ່ສູ້ທາງການທູດ ລະຫວ່າງ ລັດເຊຍ ແລະ ຝ່າຍທິດຕາເວັນຕົກ ສືບຕໍ່ປິນຂັ້ນໄດ ຂະນະທີ່ໃນວັນທີ 26 ເມສາ, ລັດເຊຍ ປະກາດເນທະເທດ ນັກການທູດ ອີຕາລີ ທ່ານໜຶ່ງ ແລະ ຮຽກເອີ້ນທ່ານເອກອັກຄະລັດຖະທູດ ອີຕາລີ ໄປຍັງສຳນັກງານກະຊວງການຕ່າງປະເທດ ລັດເຊຍ ເຊິ່ງກ່ຽວຂ້ອງເຖິງ ສິ່ງທີ່ມົດສະກູ ຖືວ່າ ແມ່ນການກະທຳທີ່ໄຮ້ເຫດຜົນ ຂອງ Rome ເມື່ອເນລະເທດ ນັກການທູດ ລັດເຊຍ 2 ທ່ານ ໃນເດືອນກ່ອນ.
ກ່ອນໜ້ານັ້ນ, ອີຕາລີ ໄດ້ເນລະເທດ ນັກການທູດ ລັດເຊຍ 2 ທ່ານ ພາຍຫຼັງຕຳຫຼວດ ໃຫ້ຮູ້ວ່າ ໄດ້ພົບເຫັນຮ້ອຍເອກທະຫານເຮືອ ອີຕາລີ ຄົນໜຶ່ງ ໄດ້ສົ່ງເອກະສານລັບໃຫ້ແກ່ເຈົ້າໜ້າທີ່ການທະຫານ ລັດເຊຍ ທ່ານໜຶ່ງ ເພື່ອເອົາເງິນ.
ແລະກໍ່ໃນວັນທີ່ 26 ເມສາ, ກະຊວງການຕ່າງປະເທດ ຣູມານີ ໃຫ້ຮູ້ວ່າ ຈະເນລະເທດ ນັກການທູດລັດເຊຍ 1 ຄົນ ເພື່ອສະແດງຄວາມສາມັກຄີກັບ ສ.ເຊັກໂກ ຊຶ່ງເປັນປະເທດທີ່ມີສ່ວນກ່ຽວພັນໃນການໂຕ້ຖຽງກັນທາງການທູດກັບ ລັດເຊຍ.