(vovworld) – ຕອນບ່າຍວັນທີ 14/05, ພົນໂທ ໂຕເລີມ, ລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກົມພິທັກຮັກສາກະຊວງຕຳຫຼວດຈີນ ໂດຍທ່ານຮອງຫົວໜ້າກົມພິທັກຮັກສາກະຊວງຕຳຫຼວດຈີນ ອີນຈືຊານ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ພົນໂທ ໂຕເລີມ ໄດ້ຕີລາຄາສູງບົດຮຽນໃນວຽກງານພິທັກຮັກສາຂອງກະຊວງຕຳຫຼວດຈີນ ແລະ ໝາກຜົນແຫ່ງການຮ່ວມມື, ແລກປ່ຽນບົດຮຽນ, ຮໍ່າຮຽນເຊິ່ງກັນ ແລະ ກັນໃນຂົງເຂດພິທັກຮັກສາຂອງ 2 ປະເທດໃນໄລຍະຜ່ານມາ. ພົນໂທ ໂຕເລີມ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ 2 ປະເທດຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ໜູນຊ່ວຍ, ແບ່ງປັນບົດຮຽນໃນການຝຶກອົບຮົມບຳລຸງສ້າງ…
ທ່ານຮອງຫົວໜ້າກົມພິທັກຮັກສາກະຊວງຕຳຫຼວດຈີນ ອີນຈືຊານ ໄດ້ອວຍພອນໃຫ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ ຈະພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມສະຫງົບປອດໄພແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.