ການນຳກະຊວງປ້ອງກັນປະເທດຕ້ອນຮັບລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ
ພົນໂທ ຫງວຽນຈິວິ້ງ, ຕ້ອນຮັບທ່ານນາງ Rose Gottemoell,
ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ
(ພາບ: qdnd.vn)
(vovworld) – ຕອນບ່າຍວັນທີ 03/03, ຢູ່ຮ່າໂນ້ຍ, ພົນໂທ ຫງວຽນຈິວິ້ງ, ລັດຖະມົນຕີຊາວຍວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Rose Gottemoell, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ, ຮັບຜິດຊອບຄວບຄຸມອາວຸດ ແລະ ປ້ອງກັນຄວາມສະຫງົບສາກົນ, ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ພົນໂທ ຫງວຽນຈິວິ້ງ ຢືນຢັນວ່າ: ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາໄດ້ມີບັນດາບາດກ້າວໃໝ່. ເລື່ອງແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມຄື: ຊອກຫາ, ທຳລາຍລະເບີດບໍ່ທັນແຕກ, ວັດຖຸລະເບີດ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ ໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ. ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງຍູ້ແຮງວຽກງານໂຄສະນາກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມຢູ່ຫວຽດນາມ; ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ, ຄວາມປອດໄພໃນການເດີນທະເລ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ກູ້ຊ່ວຍ, ໜູນຊ່ວຍມະນຸດສະທຳ.
ແລະກໍ່ໃນວັນດຽວກັນ, ພົນໂທ ຫງວຽນຈິວິ້ງ ໄດ້ໃຫ້ການຕ້ອນຮັບພັນເອກ S.N.Zabgav, ທີ່ປຶກສາດ້ານການທະຫານເຫຼົ່າທັບອາກາດ, ເຫຼົ່າທັບເຮືອ ສ.ສະຫະພັນລັດເຊຍ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານທີ່ຢູ່ຫວຽດນາມ.