ການນຳກະຊວງປ້ອງກັນປະເທດພົບປະກັບພະນັກງານຂັ້ນສູງໃນກອງທັບທີ່ໄດ້ພັກກິນເບຍບຳນານ
(ພົນເອກ ຟຸ່ງກວາງແທງ ພົບປະກັບພະນັກງານກອງທັບຂັ້ນສູງທີ່ໄດ້ພັກກິນເບຍບຳນານ)
(vovworld) - ຕອນເຊົ້າວັນທີ 20/01, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການພົບປະສ້າງສັນກັບພະນັກງານຂັ້ນສູງໃນກອງທັບທີ່ໄດ້ພັກກິນເບຍບຳນານ, ໃນບໍລິເວນນະຄອນຫຼວງຮ່າໂນ້ຍ, ທ່ານພົນເອກ ຟຸ່ງກວາງແທງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ພ້ອມກັບອະດີດການນຳພັກ, ລັດ, ກະຊວງປ້ອງກັນປະເທດ ເຂົ້າຮ່ວມການພົບປະ. ທ່ານລັດຖະມົນຕີ ຟຸ່ງກວາງແທງ ໄດ້ແລກປ່ຽນຄຳເຫັນກັບບັນດາຜູ້ແທນ ກ່ຽວກັບສະພາບການເມືອງທີ່ພົ້ນເດັ່ນຢູ່ໃນປະເທດ, ພາກພື້ນ ແລະ ຕ່າງປະເທດ; ສະພາບການເສດຖະກິດ - ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ...ບັນດາພະນັກງານທີ່ໄດ້ພັກກິນເບ້ຍບຳນານ, ໄດ້ຍົກອອກບັນດາຄຳເຫັນກ່ຽວກັບການຍົກສູງຄຸນນະພາບການສ້າງກຳລັງບົ່ມຊ້ອນດ້ານການປ້ອງກັນຊາດ ກໍ່ຄືກຳລັງແຮງສູ້ຮົບຂອງກອງທັບປະຊາຊົນຫວຽດນາມ ໃນສະພາບການໃໝ່.