ການຕ້ອນຮັບຄະນະຜູ້ແທນຄະນະພົວພັນ
ຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ
(ພາບ: Phnom Penh)
(vovworld) - ຕອນເຊົ້າວັນທີ 06/09 ຢູ່ສຳນັກງານສູນກາງພັກປະຊາຊົນ ກຳປູເຈຍ, ທ່ານ Tep Ngon ຮອງປະທານຜູ້ທີ 2 ສະພາສູງ ກຳປູເຈຍ ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນຮູຍຕັງ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກນຳໜ້າ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ. ທີ່ການພົບປະ, 2 ຝ່າຍໄດ້ແລກປ່ຽນ ສະເໜີບາງເນື້ອໃນ ແລະ ມາດຕະການ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ພັກ, 2 ປະເທດໃນໄລຍະຈະມາເຖິງ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ ແລະ ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານ Tep Ngon ຢືນຢັນວ່າ: ພັກປະຊາຊົນ ກຳປູເຈຍ ແລະ ປະຊາຊົນ ກຳປູເຈຍ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບພັກ,ລັດ ແລະ ປະຊາຊົນ ຫວຽດນາມ ເພີ່ມພຸມຄູນສ້າງໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ພັກ, 2 ປະເທດນັບມື້ນັບພັດທະນາຢ່າງບໍ່ຢຸດຢັ້ງ; ປາດຖະໜາຢາກໃຫ້ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ຕິດຕາມກວດກາ, ຊຸກຍູ້ເລື່ອງຜັນຂະຫຍາຍການປະຕິບັດບັນດາເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງ 2 ພັກ ແລະ 2 ປະເທດຢ່າງມີປະສິດທິຜົນ.