(ພາບປະກອບ: news.cn)
(vovworld)- ການເຈລະຈາລະຫວ່າງປະທານປະເທດຈີນ ສີຈິ້ນຜິງ ແລະ ປະທານາທິບໍດີ ສເກົາຫລີ ທ່ານນາງ Park Geun Hye ໄດ້ຈັດຂຶ້ນໃນວັນທີ 2/9 ກ່ອນທີ່ດຳເນີນການເດີນຂະບວນສວນສະຫນາມສະແດງກຳລັງຂະຫນາດໃຫຍ່ໃນວັນທີ 3/9 ຢູ່ ໃຈກາງນະຄອນຫລວງ ປັກກີງ ເພື່ອສະເຫລີມສະຫລອງ 70 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 2. ນະທີ່ນີ້, ທ່ານປະທານາທິບໍດີ ສເກົາຫລີ ເນັ້ນຫນັກວ່າ ການພົບປະຄັ້ງນີ້ ມີຄວາມໝາຍສຳຄັນເພາະວ່າ ດຳເນີນໄປກົງກັບໂອກາດສະເຫລີມສະຫລອງ 70 ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ 2, ເຫດການນີ້ນຳມາເຊິ່ງເອກະລາດໃຫ້ແກ່ ສເກົາຫລີ ແລະ ການກຳນົດເສັ້ນຊາຍແດນຢູ່ແຫລມເກົາຫລີ. ທີ່ການເຈລະຈາ, ນອກຈາກບັນດາບັນຫາສອງຝ່າຍ, ການນຳທັງສອງທ່ານ ກໍປຶກສາຫາລືກ່ຽວກັບບັນຫາ ສປປ ເກົາຫລີ.