ການນຳທ້ອງຖິ່ນຕ່າງໆ, ອວຍພອນຊາວຄິດ ເນື່ອງໃນໂອກາດບຸນ ຄຣິດສມາດ

ການນຳທ້ອງຖິ່ນຕ່າງໆ, ອວຍພອນຊາວຄິດ ເນື່ອງໃນໂອກາດບຸນ ຄຣິດສມາດ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 19/12, ທ່ານ​ນາ​ງ ຫງວຽນ​ທິບິ໋ກງອກ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ສະມາຄົມ​ສາສະໜາ​ໂປ​ແຕັກ​ຕັງຫວຽດນາມ (ທາງພາກ​ເໜືອ) ​ແລະ ສາຂາ​ໂປ​ແຕັກ​ຕັງຮ່າ​ໂນ້ຍ. ທ່ານ​ນາງ ຫງວຽນ​ທິບິ໋ກງອກ ​ໄດ້​ຝາກ​ຄຳ​ອວຍພອນອັນ​ອົບ​ອຸ່ນ​ພ້ອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ຜູ້​ເ​ຊື່​ອຖື​ສາສະໜາ​ໂປ​ແຕັກ​ຕັງຫວຽດນາມ (ທາງພາກ​ເໜືອ) ກໍ​ຄືສະມາຄົມ​ສາສະໜາ​ໂປ​ແຕັກ​ຕັງຮ່າ​ໂນ້ຍ. ທ່ານ​ນາງ ຫງວຽນ​ທິບິ໋ກງອກ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ສະມາຄົມ​ສາສະໜາ​ໂປ​ແຕັກ​ຕັງ​ບັນລຸ​ໄດ້​ໃນ​ປີຜ່ານມາ ​ແລະ ປາດ​ຖະໜາ​ວ່າ ສະມາຄົມ​ສາສະໜາ​ໂປ​ແຕັກ​ຕັງ ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ໝັ້ນຄົງເຂັ້ມ​ແຂງ, ປະກອບສ່ວນ​ຢ່າງໃຫຍ່​ຫຼວງ​ເຂົ້າ​ໃນ​ພາກ​ລະ​ກິດ​ພັດທະນາ​ລວມຂອງ​ນະຄອນ​ຫຼວງ​ຮ່າ​ໂນ້ຍ.

   ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ການ​ນຳ​ແຂວງ ຮ່າ​ຕິ້ງ ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ ​ແລະ ມອບ​ຂອງຂວັນ​ຢູ່​ສຳນັກສັງຄະ​ລາດ​ເຂດ​ຊາວຄິດວິ​ງ, ສະ​ຖາ​ບັນ​ຄຼິດວິງ​ແທງ. ​ແລະ​ກໍ​ໃນ​ໂອກາດ​ບຸນ ຄຣິດສມາດ ປີ 2013, ຄະນະ​ກຳມະການ​ປະຊາຊົນ​ເມືອງ ການ​ໂລກ (​ແຂວງ​ຮ່າ​ຕິ້ງ) ​ໄດ້​ຈັດ​ງານ​ພົບ​ປະ, ຍ້ອງຍໍ​ບັນດາສະມາຊິກ​ພັກ​ທີ່​ຖືສາສະໜາກາໂຕລິກ ​ທີ່​ໄດ້​ມີ​ການ​ອຸທິດ​ສ່ວນ​ຫຼາຍ​ຢ່າງ​ໃຫ້​ສັງຄົມ ​ແລະ ດຳລົງ​ຊີວິດ​ຢູ່​ໃນ​ສິນ​ກິນ​ໃນ​ທຳ.

ຂ່າວ/ບົດ​ອື່ນ