(ພາບປະກອບ)
(vovworld) – ໃນຕອນບ່າຍວັນທີ 4/04, ທ່ານ ເຕີ໊ດແທ່ງກາງ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນໂຮຈີມີນ,ໄດ້ໃຫ້ການຕອນຮັບຄະນະປະຕິບັດງານແຂວງໄຊສົມບູນ (ລາວ), ໂດຍ ທ່ານ ພອຍຄຳ ຮຸ່ງບຸນຍວງ, ຮອງເລຂາຄະນະພັກແຂວງ, ຮອງເຈົ້າແຂວງແຂວງໄຊສົມບູນ, ນຳໜ້າຄະນະ. ທີ່ພິທີຕ້ອນຮັບ, ທ່ານ ເຕີ໊ດແທ່ງກາງ ຖືວ່າ ການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ຈະຊ່ວຍຊຸກຍູ້ການພົວພັນ ລະຫວ່າງ ສອງທ້ອງຖິ່ນ, ສືບທອດ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ ຫວຽດນາມ ແລະ ລາວ ໃຫ້ດີຂື້ນກວ່າອີກ. ທ່ານ ເຕີ໊ດແທ່ງກາງ ໃຫ້ຮູ້ວ່າ: ຝ່າຍນະຄອນໂຮ່ຈີມີນ ໄດ້ມີບັນດາການກະກຽມຢ່າງຄົບຊຸດ ເພື່ອໃຫ້ກອງປະຊຸມສົ່ງເສີມການລົງທຶນ ເຂົ້າແຂວງໄຊສົມບູນ ທີ່ຈະດຳເນີນ ຢູ່ ນະຄອນໂຮ່ຈີມີນ ໃນວັນທີ 5/04 ປະສົບຜົນສຳເລັດຢ່າງຈົບງາມ. ທີ່ກອງປະຊຸມ, ແຂວງໄຊສົມບູນ ຈຳເປັນຕ້ອງນຳເອົາບັນດາຂໍ້ມູນ ກ່ຽວກັບບັນດາທ່າແຮງຂອງຕົນ, ສ້າງເງື່ອນໄຂ ເພື່ອໃຫ້ບັນດາວິສາຫະກິດ ສາມາດຊອກຮູ້, ຜັນຂະຫຍາຍການຮ່ວມມື. ໃນນັ້ນ, ຄວນໃຫ້ບູລິມະສິດສຸມໃສ່ ຄັດເລືອກບັນດາວຽກງານ ທີ່ມີລັກສະນະບຸກທະລຸ, ຮຽກຮ້ອງການລົງທຶນໄປກ່ອນ, ຫຼີກລ້ຽງການກະແຈກກະຈາຍ. ຫວັງວ່າພາຍຫຼັງການປະຕິບັດງານນີ້, ການຮ່ວມມືດ້ານເສດຖະກິດ ລະຫວ່າງ ສອງຝ່າຍຈະມີບັນດາກິດຈະການລະອຽດ.