ທ່ານ ຫງວຽນແທ່ງຟອງ ຕ້ອນຮັບທ່ານ Sous Yara
ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ກຳປູເຈຍ
(ພາບ: TTXVN)
(vovworld) – ຕອນຄ່ຳວັນທີ 16/11, ທ່ານ ຫງວຽນແທ່ງຟອງ, ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ ນະຄອນໂຮ່ຈີມິນ ມີການຕ້ອນຮັບຄະນະຜູ້ແທນພັກປະຊາຊົນ ກຳປູເຈຍ ໂດຍທ່ານ Sous Yara ກຳມະການສູນກາງພັກ, ສະມາຊິກລັດຖະສະພາ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ກຳປູເຈຍ ນຳໜ້າ ພວມຢູ່ຢ້ຽມຢາມນະຄອນ ໂຮ່ຈີມິນ. ທ່ານ ຫງວຽນແທ່ງຟອງ ໃຫ້ຮູ້ວ່າ: ນະຄອນ ໂຮ່ຈີມິນ ປາດຖະໜາຢາກພ້ອມກັບທ້ອງຖິ່ນຕ່າງໆຂອງ ກຳປູເຈຍ ສືບຕໍ່ເປີດກ້ວາງການພົວພັນ, ຮ່ວມມືຢ່າງມີປະສິດທິຜົນ, ກ້າວເຂົ້າສູ່ລວງເລິກ ດ້ວຍບັນດາບັນຫາລະອຽດຄື: ກໍ່ສ້າງໂຮງໝໍ ເຈິ້ໄຣ ຢູ່ ພະນົມເປັນ, ຈັດຕັ້ງບັນດາງານຕະຫລາດນັດວາງສະແດງ, ສົ່ງເສີມການບໍລິການ, ການຄ້າ, ການທ່ອງທ່ຽວ ແລະ ຫວັງວ່າ: ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ກຳປູເຈຍ ຈະສະໜັບສະໜູນບັນດາທ້ອງຖິ່ນ ໃນການຮ່ວມມືດັ່ງກ່າວ. ສ່ວນທ່ານ Sous Yara ກໍ່ປາດຖະໜາວ່າ: ດ້ວຍບົດບາດນຳໜ້າກ່ຽວກັບການພັດທະນາເສດຖະກິດ, ວິທະຍາສາດເຕັກນິກ, ການພົບປະແລກປ່ຽນວັດທະນະທຳ ນະຄອນ ໂຮ່ຈີມິນ ຈະແມ່ນຂົວຕໍ່ໃຫ້ແກ່ການຮ່ວມມືລະຫວ່າງ 2 ປະເທດ ພ້ອມທັງ ເຊື່ອມຕໍ່ການຮ່ວມມືພັດທະນາລະຫວ່າງບັນດານະຄອນໃນພາກພື້ນ.