ທ່ານ ເລຮ່ວາງກວນ ຕ້ອນຮັບທ່ານ
ປະທານາທິບໍດີ ບັງກຼາເທດ Abdul Hamid
(ພາບ: Thanhvu/TTXVN)
(vovworld) – ຕອນຄ່ຳວັນທີ 12/8, ຢູ່ຫໍປະຊຸມເອກະພາບ, ທ່ານ ເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ ປະທານາທິບໍດີ ບັງກຼາເທດ Abdul Hamid ພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຢ່າງເປັນທາງການ. ຕາມທ່ານ ເລຮ່ວາງກວນ ແລ້ວ, 2 ປະເທດ ຫວຽດນາມ ແລະ ບັງກຼາເທດ ມີຈຸດຄ້າຍຄືກັນຫລາຍຢ່າງ, ເປັນຕະຫລາດໃຫຍ່ດ້ວຍພົນລະເມືອງຈຳນວນຫລວງຫລາຍ. ເພາະສະນັ້ນ, ການຢ້ຽມຢາມຂອງທ່ານປະທານາທິບໍດີ ຈະເປີດກ້ວາງ ແລະ ຍົກການພົວພັນຮ່ວມມືລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່. ນະຄອນ ໂຮ່ຈີມິນ ຈະມານະພະຍາຍາມ ເພື່ອເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ສ່ວນທ່ານ Abdul Hamid ກໍຫວັງວ່າ: ການພົວພັນ ຫວຽດນາມ - ບັງກຼາເທດ ຈະພັດທະນາກ່ວາອີກ ແລະ ນັບມື້ນັບ ເລິກເຊິ່ງ. ທ່ານ Abdul Hamid ກໍປາດຖະໜາວ່າ: ຫວຽດນາມ ເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະສືບຕໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ຊາວ ບັງກຼະເທດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ນີ້.
ແລະໃນວັນດຽວກັນ, ທ່ານປະທານາທິບໍດີ Abdul Hamid ແລະ ຄະນະຜູ້ແທນຂັ້ນສູງ ບັງກຼະເທດ ໄດ້ມີການພົບປະກັບປະຊາຄົມຊາວ ບັງກຼະເທດ ຢູ່ນະຄອນ ໂຮ່ຈີມິນ ແລະ ໄປຢ້ຽມຢາມເຂດປູຊະນີຍະຖານປະຫວັດສາດອຸໂມງໃຕ້ດິນ ກຸ້ຈີ.