ການນຳນະຄອນໂຮ່ຈິມິນ ອວຍພອນຜູ້ມີ ຍົດຖາບັນດາສັກ
(ພາບ: hochiminhcity.gov.vn)
(vovworld)- ຕອນບ່າຍວັນທີ 22/12, ຄະນະການນຳຄະນະພັກນະຄອນ, ຄະນະກຳມະການປະຊາຊົນນະຄອນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ໂດຍທ່ານວໍ້ວັນເຖືອງ, ຮອງເລຂາປະຈຳຄະນະພັກນະຄອນໂຮ່ຈິມິນ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ອວຍພອນຄະນະກຳມະການສາມັກຄີສາສະໜາຄິຼດນະຄອນໂຮ່ຈິມິນ, ຫົວໜ້າເຂດຊາວຄຼິດນະຄອນໂຮ່ຈິມິນ ແລະ ຫົວໜ້າສະມາຄົມສາສະໜາໂປແຕດສະຕັງຫວຽດນາມ (ພາກໃຕ້) ໃນໂອກາດວັນບຸນຄຼິດສະມາດ 2014 ແລະ ປີໃໝ່ສາກົນ 2015.
ເມື່ອຢ້ຽມຢາມການນຳຄະນະກຳມະການສາມັກຄີສາສະໜາຄິຼດນະຄອນ, ຄຸນພໍ່ ຟາວໂລ ບຸ່ຍວັນດອກ, ປະທານສະພາເຈົ້າອາວາດ, ສັງຄະນາຍົກເຂດຊາວຄຼິດນະຄອນໂຮ່ຈິມິນ, ທ່ານວໍ້ວັນເຖືອງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ຊາວຄຼິດນະຄອນຈະສືບຕໍ່ເສີມຂະຫຍາຍຈິດໃຈ “ຊາວຄຼິດທີ່ດີກໍ່ແມ່ນພົນລະເມືອງທີ່ດີ“, ສຸມໃສ່ພັດທະນາເສດຖະກິດ, ປະກອບສ່ວນຮັບປະກັນສະພາບຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນ, ປະກອບສ່ວນນຳ ນະຄອນໂຮ່ຈິມິນ ນັບມື້ນັບໄດ້ຮັບການພັດທະນາ.
ທີ່ສະມາຄົມສາສະໜາໂປແຕດສະຕັງຫວຽດນາມ (ພາກໃຕ້), ທ່ານວໍ້ວັນເຖືອງ ອວຍພອນບັນດາຫຼວງພໍ່, ສາສະນິກກະຊົນຂອງສະມາຄົມສາສະໜາໂປແຕດສະຕັງ ຫວຽດນາມ (ພາກໃຕ້) ໄດ້ຕ້ອນຮັບວັນບຸນຄຼິດສະມາດ 2014 ແລະ ປີໃໝ່ສາກົນ 2015 ດ້ວຍຄວາມຢູ່ເຢັນເປັນສຸກ, ປະສົບຜົນສຳເລັດ ພ້ອມທັງຕີລາຄາສູງບັນດາການເຄື່ອນໄຫວກຸສົນຊື່ງບັນດາຫຼວງພໍ່, ສາສະນິກກະຊົນຂອງສະມາຄົມ ສາສະໜາໂປແຕດສະຕັງ ໄດ້ປະຕິບັດໃນຊຸມປີຜ່ານມາ./.