(vovworld) - ວັນທີ 21/12, ຢູ່ທ້ອງຖິ່ນຕ່າງໆໃນທົ່່ວປະເທດໄດ້ຈັດຕັ້ງການພົບປະ, ຢື້ຢາມຖາມຂ່າວ, ມອບຂອງຂວັນ, ອວຍພອນຜູ້ມີຍົດຖາບັນດາສັກ ແລະ ຊາວຄຼິດ ເນື່ອງໃນໂອກາດວັນບຸນຄຼິດສມາດ 2015.
ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດ, ພົນໂທ ໂຕເລີມ, ໄດ້ສົ່ງຄຳອວຍພອນໃນໂອກາດວັນບຸນຄຼິດສມາດ ເຖິງພະຄາດີນັນ, ຫົວໜ້າສຳນັກສັງຄະລາດ, ຫົວໜ້າເຂດຊາວຄຼິດຮ່າໂນ້ຍ ຫງວຽນວັນເຍີນ ພ້ອມກັບບັນດາຄຸນພໍ່ ແລະ ພໍ່ແມ່ພີນ້ອງ ເຂດຊາວຄຼິດຮ່າໂນ້ຍ. ພົນໂທ ໂຕເລີມ ປາດຖະໜາວ່າ, ບັນດາຜູ້ມີຍົດຖາບັນດາສັກເຂດຊາວຄຼິດຮ່າໂນ້ຍ ສືບຕໍ່ປຸກລະດົມຊາວຄຼິດ ຈົ່ງສາມັກຄີກັນ, ພ້ອມກັບປະຊາຊົນໃນທົ່ວປະເທດປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດເປັນຢ່າງດີ; ຕອບສະໜອງ ແລະ ເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ…
ຄະນະຊີ້ນຳເຂດໄຕງວຽນ ໂດຍທ່ານນາງ H’Ngam Nie Kdam, ຮອງຫົວໜ້າຄະນະຊີ້ນຳເປັນຫົວໜ້າຄະນະຜູ້ແທນ, ໄດ້ໄປຢ້ຽມຢາມ, ອວຍພອນບັນດາຜູ້ມີຍົດຖາບັນດາສັກ ແລະ ຊາວຄຼິດຢູ່ບັນດາແຂວງ ດັກລັກ, ຢາລາຍ, ກອນຕຸມ… ຢູ່ແຫ່ງຕ່າງໆທີ່ຄະນະໄປຢ້ຽມຢາມ, ທ່ານນາງ H’Ngam Nie Kdam ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງຊາວຄຼິດ, ໃນການປະຕິບັດບັນດາຂະບວນການແຂ່ງຂັນຮັກຊາດ, ຊ່ວຍເຫຼືອເຊິ່ງກັນແລະກັນເພື່ອພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ…
ວັນທີ 21/12, ຄະນະພັກແຂວງ ກວາງນິງ ໄດ້ຈັດຕັ້ງການພົບປະສ້າງສັນກັບບັນດາຄຸນພໍໃນບໍລິເວັນແຂວງ ເພື່ອພົບປະ, ຢື້ຢາມຖາມຂ່າວ ແລະ ກຳແໜ້ນບັນດາຄວາມມຸ່ງມາດປາດຖະໜາອັນຊອບທຳຂອງຊາວຄຼິດ ເນື່ອງໃນໂອກາດວັນບຸນຄຼິດສມາດ, ປີໃໝ່. ກ່າວຄຳເຫັນທີ່ການພົບປະ, ຄຸນພໍ່ ດາມິງ ຫງວຽນເຈີນຮືງ, ຜູ້ຄຸ້ມຄອງເຂດຊາວຄຼິດ ກວາງນິງ, ຢືນຢັນວ່າ.
“ພວກຂ້າພະເຈົ້າມີຄວາມພາກພູມໃຈຍ້ອນການເປີດອົກເປີດໃຈ, ແກ້ໄຂຢ່າງໄວຂອງແຂວງກວາງນິງ ໃນບັນດາບັນຫາກ່ຽວຂ້ອງເຖິງສາສະໜາ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ແນວທາງ, ນະໂຍບາຍຂອງພັກ ແລະ ລັດ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ, ດ້ວຍໜ້າທີ່ຮັບຜິດຊອບຂອງຕົນຈະກະຕຸກຊຸກຍູ້ພໍ່ແມ່ຊາວຄຼິດໃນແຂວງ ອຸ່ນອ່ຽນໃຈທຳການຜະລິດ, ຕັ້ງໜ້າປະກອບສ່ວນກໍ່ສ້າງສັງຄົມ, ປະເທດຊາດໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງກວ່າ”.
ເນື່ອງໃນໂອກາດນີ້, ຢູ່ເກີ່ນເທີ, ວິງລອງ, ທ້າຍງວຽນ ກໍໄດ້ດຳເນີນການຢື້ຢາມຖາມຂ່າວ ແລະ ອວຍພອນວັນບຸນຄຼິດສມາດ ເຊັ່ນດຽວກັນ.