ການນຳບັນດາທ້ອງຖິ່ນ ອວຍພອນຊາວຄຼິດ ເນື່ອງໃນໂອກາດວັນ ບຸນຄຼິດສມາດ 2013
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ຢ້ຽມຢາມສູນກາງວຽກງານຊາວຄຼິດ ເຂດຊາວຄຼິດນະຄອນໂຮ່ຈິມິນ
(ພາບ: chinhphu.vn)
(vovworld) - ເນື່ອງໃນໂອກາດວັນບຸນຄຼິດສມາດ 2013, ຕອນເຊົ້າວັນທີ 21/12, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມສູນກາງວຽກງານຊາວຄຼິດ ເຂດຊາວຄຼິດນະຄອນໂຮ່ຈິມິນ ແລະ ສະມາຄົມສາສະໜາໂປແຕັກຕັງຫວຽດນາມ (ພາກໃຕ້). ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ອວຍພອນບັນດາຜູ້ມີຍົດຖາບັນດາສັກ, ນັກບວດ ແລະ ພໍ່ແມ່ພີນ້ອງຊາວຄຼິດນະຄອນໂຮ່ຈິມິນ ມີວັນບຸນຄຼິດສມາດ ທີ່ສະຫງົບສຸກ. ຕີລາຄາສູງບັນດາການປະກອບສ່ວນຂອງຊາວຄຼິດ ນະຄອນ ເຂົ້າໃນການກໍ່ສ້າງກຸ່ມກ້ອນສາມັກຄີທົ່ວປວງຊົນທັງຊາດ, ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ພະຄະດີນັນ ຝ້າມມິງເໝີນ, ສັງຄະນາຍົກ, ຫົວໜ້າສະພາສັງຄະລາດເຂດຊາວຄິຼດ ນະຄອນໂຮ່ຈິມິນ ແລະ ຫຼວງພໍ່ ຝານວິ້ງເກີ, ຫົວໜ້າສະມາຄົມສາສະໜາໂປແຕັກຕັງຫວຽດນາມ (ພາກໃຕ້) ພ້ອມກັບບັນດາຍົດຖາບັນດາສັກ ສືບຕໍ່ແນະນຳ, ສົ່ງເສີມຊາວຄຼິດ ປະຕິບັດແນງທາງ, ແຜນນະໂຍບາຍຂອງພັກ ແລະ ລັດ, ດຳລົງຊີວິດຢູ່ໃນສິນກິນໃນທຳ, ຍົກສູງຈິດໃຈ “ຊາວຄຼິດດີ ກໍ່ແມ່ນພົນລະເມືອງດີ”, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາປະເທດແຂງແຮງ ແລະ ຮັ່ງມີຍິ່ງກວ່າອີກ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ຊາວຄຼິດທີ່ດີເດັ່ນ ແລະ ບັນດາຍົດຖາບັນດາສັກຢູ່ສຳນັກສັງຄະລາດເຂດຊາວຄຼິດ ເຫ໋ວ. ທ່ານ ຫງວຽນທ້ຽນເຍີນ ໄດ້ແຈ້ງໃຫ້ຫົວໜ້າສຳນັກສັງຄະລາດ ເລວັນຮົ່ງ ແລະ ບັນດາຍົດຖາບັນດາສັກຊາບກ່ຽວກັບສະພາບພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດໃນຊຸມປີຜ່ານມາ; ພ້ອມທັງຮັບຮູ້ບັນດາການປະກອບສ່ວນອັນຕັ້ງໜ້າຂອງວົງການຜູ້ມີຍົດຖາສັກຕຳແໜ່ງໃນສາສະໜາກາໂຕລິກ ແລະ ຊາວຄຼິດ ໃນແຂວງເທື່ອທຽນເຫ໋ວ.
ເນື່ອງໃນໂອກາດງາຍບຸນຄຼິດສມາດ ແລະ ອວຍພອນປີໃໝ່ຄ.ສ 2014, ການນຳແນວໂຮມປະເທດຊາດແຂວງຈ່າວິງ ກໍ່ໄດ້ລົງໄປຢ້ຽມຢາມ ແລະ ອວຍພອນຊາວຄຼິດເຊັ່ນດຽວກັນ.