ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ
ພາບ:nghiencuuquoc te
|
(vovworl)- ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ, ທ່ານນາຍົກລັດຖະມົນຕີຈີນ ຫລີເຄີຊຽງ ແລະ ທ່ານຢາງເຕີຈຽງ ກຳມະການຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ໄດ້ສົ່ງສານອວຍພອນວັນຊາດຫວຽດນາມ ທີ 2/9 ເຖິງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານປະທານປະເທດເຈືອງເຕີນຊາງ, ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ປະທານສະພາແຫ່ງຊາດຫງວຽນຊີງຮຸ່ງ. ໃນສາຍອວຍພອນ, ບັນດາການນຳພັກ,ລັດ, ລັດຖະບານ ແລະ ສະພາແຫ່ງຊາດຈີນ ອວຍພອນ ແລະ ຕີລາຄາສູງບັນດາຜົນງານກ່ຽວກັບການພັດທະນາເສດຖະກິດສັງຄົມຊື່ງຫວຽດນາມ ຍາດມາໄດ້ໃນຊຸມປີຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມຈະບັນລຸໄດ້ຜົນງານໃຫຍ່ຫລວງກວ່າໃນພາລະກິດກໍ່ສ້າງສັງຄົມນິຍົມ.
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ, ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໄດ້ສົ່ງສານອວຍພອນເຖິງການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມ ແລະ ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ບັນດາຜົນງານໃຫມ່ອັນໃຫຍ່ຫລວງ ແລະ ຮອບດ້ານກວ່າໃນພາລະກິດປ່ຽນແປງໃຫມ່ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃຫມາ ແລະ ມີປະສິດທິຜົນກວ່າ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ປະຊາຊົນສອງປະເທດ ຫວຽດນາມ - ລາວ, ປະກອບສ່ວນຕັ້ງຫນ້າເຂົ້າໃນການເພີ່ມທະວີຄວາມເຂັ້ມແຂງຂອງປະຊາຄົມ ອາຊຽນ ກໍຄືພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ເນື່ອງໃນໂອກາດນີ້, ກະສັດ ກຳປູເຈຍ Norodom Sihamoni, ການນຳລັດຖະບານ, ສະພາແຫ່ງຊາດກຳປູເຈຍ, ປະນາທິບໍດີລັດເຊຍ, ການນຳລັດຖະບານ, ສະພາແຫ່ງຊາດລັດເຊຍ ກໍໄດ້ສົ່ງສານອວຍພອນວັນຊາດທີ 2/9 ຂອງຫວຽດນາມ ເຖິງການນຳພັກ,ລັດ, ລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມ.