( vovworld ) - ວັນທີ 17/5, ກອນທີ່ດຳເນີນກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ ( G8 ) ເປັນເວລາໜື່ງວັນຢູ່ອາເມລິກາ, ການນຳບັນດາປະເທດເອີລົບເຊິ່ງແມ່ນສະມາຊິກກຸ່ມ G8 ( ເຊິ່ງລວມມີ ເຢຍລະມັນ, ຝລັ່ງ, ອີຕາລີ ແລະ ອັງກິດ ) ພ້ອມກັບບັນດາເຈົ້ານ້າທີ່ຂັ້ນສູງຂອງສະຫະພາບເອີລົບ ( EU ) ໄດ້ມີການເຈລະຈາໂດຍກົງຜ່ານເຄື່ອຄ່າຍອີນເຕີແນດ ເພື່ອປຶກສາຫາລືກ່ຽວກັບວິກິດການໜິ້ສິນຢູ່ເອີລົບ. ບັນດາການນຳຂັ້ນສູງ 4 ປະເທດເຢຍລະມັນ, ຝລັ່ງ, ອີຕາລີ ແລະ ອັງກິດ ກໍຄືປະທານສະພາເອີລົບ ແລະ ປະທານຄະນະກຳມະການເອີລົບ ໄດ້ເຫັນດີເປັນເອກະສັນນຳກັນໂດຍຖືວ່າ ທັງ 2 ໜ້າທີ່ປັບປຸງງົບປະມານ ແລະ ການເຕີບໂຕລ້ວນແຕ່ມີຄວາມຈຳເປັນ ເພື່ອແກ້ໄຂວິກິດການໜິ້ສິນໃນ Eurozone. ບັນດາການນຳເອີລົບ ກໍບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບັນຫາໃນໂຄງການດຳເນີນງານຂອງກອງປະຊຸມ G8 ທີ່ຈະມາເຖິງ, ເຕື້ອງຄືນເຖິງການສະໜັບສະໜູນທີ່ມີຕໍ່ອາເມລິກາ ໃນບົດບາດເປັນປະທານ G8 ໃນປະຈຸບັນ ກໍຄືຢືນຢັນຄວາມສຳຄັນຂອງເລື່ອງເປີດກວ້າງການພົວພັນດ້ານການຄ້າລະຫວ່າງອາເມລິກາ ແລະ EU.