ການນຳພັກ,ລັດຕ້ອນຮັບລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດ ປະຕິວັດ
ກູບາ Leopoldo Cintra Frias
|
(vovworld)- ວັນທີ 23/3 ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງບັນດາກຳລັງປະກອບອາວຸດປະຕິວັດ ກູບາ ໂດຍພົນໂທ Leopoldo Cintra Frias, ລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດ ປະຕິວັດ ກູບາ ນຳຫນ້າ ມາຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ມີຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະຈະປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຄວາມສາມັກຄີບໍລິສຸດຜຸດຜ່ອງລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດ ພິເສດລະຫວ່າງກຳລັງປະກອບອາວຸດສອງປະເທດ ຫວຽດນາມ -ກູບາ. ທ່ານພົນໂທ Leopoldo Cintra Frias ຖືວ່າ ບັນດາຜົນງານຊື່ງຫວຽດນາມ ຍາດມາໄດ້ໃນກິດຈະການປ່ຽນແປງໃຫມ່, ສ້າງສົງຄົມນິຍົມ ແມ່ນບົດຮຽນອັນລ້ຳຄ່າເພື່ອໃຫ້ປະຊາຊົນ ກູບາ ທາບທາມໃນວິວັດການຜັນຂະຫຍາຍແນວທາງ ອັບເດັດ ຮູບແບບພັດທະນາເສດຖະກິດ ສັງຄົມ. ທ່ານ Leopoldo Cintra Frias ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ຍາດໄດ້ໄຊຊະນະອັນໃຫຍ່ຫລວງກວ່າອີກໃນພາລະກິດປ່ຽນໃຫມ່ໂດຍພັກກອມມູນິດຫວຽດນາມ ລິເລີ່ມ ແລະ ນຳພາໃນກວ່າ 30 ປີຜ່ານມາ.
ໃນວັນດຽວກັນ, ທ່ານປະທານປະເທດ ເຈີນດ້າຍກວາງ ກໍ່ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ. ທ່ານປະທານປະເທດ ຕີລາຄາສູງການພົວພັນຮ່ວມມືໃນຫລາຍດ້ານຢ່າງແຫນ້ນແຟ້ນລະຫວ່າງກະຊວງບັນດາກຳລັງປະກອບອາວຸດປະຕິວັດ ກູບາ ກັບກະຊວງປ້ອງກັນປະເທດຫວຽດນາມໃນໄລຍະຜ່ານມາ ພ້ອມທັງຢືນຢັນຈະເອື້ອອຳນວຍຄວາມສະດວກເພື່ອໃຫ້ການພົວພັນປ້ອງກັນຊາດລະຫວ່າງສອງປະເທດສືບຕໍ່ພັດທະນາ.