ການນຳພັກ,ລັດຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫລະຊີວິດເພື່ອຊາດແລະເຂົ້າຢ້ຽມສຸສານປະທານໂຮ່ຈິມີນ
(ການນຳພັກ,ລັດຖະຫວາຍທູບທຽນອາໄລຫາ
ບັນດານັກຮົບເສຍສະຫລະຊີວິດເພື່ອຊາດ)
(vovworld)- ຕອນເຊົ້າວັນທີ 27/7, ເນື່ອງໃນໂອກາດສະເຫລີມສະຫລອງ 68 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫລະຊີວິດເພື່ອຊາດ (27/7/1947-27/7/2015), ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ວາງພວງມາລາ, ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫລະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ເຂົ້າຢ້ຽມສຸສານປະທານໂຮ່ຈິມີນ. ເຂົ້າຮ່ວມພິທີ ມີທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານປະທານປະເທດ ເຈືອງເຕີນຊາງ, ອະດີດ ປະທານປະເທດ ເຈີນດືກເລືອງ, ນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ, ອະດີດປະທານສະພາແຫ່ງຊາດ ຫງວຽນວັນອານ. ຕໍ່ຈາກນັ້ນ ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ,ປະທານປະເທດ, ສະພາແຫ່ງຊາດ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ວາງພວງມາລາ ແລະ ເຂົ້າຢ້ຽມສຸສານປະທານໂຮ່ຈິມີນ.