ການນຳພັກ,ລັດພົບປະຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ2,ສະພາແຫ່ງຊາດຊຸດທີ14
ທ່ານ ເຈີ່ນກັວກເວືອງ ພ້ອມກັບສະມາຊິກ
ສະພາແຫ່ງຊາດ ຊຸດທີ 14 ແຂວງອຽນບ໊າຍ
(ພາບ: TTXVN)
(vovworld)- ວັນທີ 24/11, ທ່ານ ເຈີ່ນກັວກເວືອງ, ຫົວໜ້າຄະນະກວດກາສູນກາງ, ສະມາຊິກສະພາແຫ່ງຊາດ ຊຸດທີ 14 ພ້ອມກັບສະມາຊິກສະພາແຫ່ງຊາດ ຊຸດທີ 14 ແຂວງອຽນບ໊າຍ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງນະຄອນອຽນບ໊າຍ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຊຸດທີ 14. ນະທີ່ນີ້, ທ່ານ ເຈີ່ນກັວກເວືອງ ໄດ້ຕອບຄວາມເຫັນແຕ່ລະໝວດ ຂອງຜູ້ມີສິດເລືອກຕັ້ງນະຄອນອຽນບ໊າຍ. ກ່ຽວກັບບັນດາຈຸດພົ້ນເດັ່ນໃໝ່ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2, ສະພາແຫ່ງຊາດ ຊຸດທີ 14, ທ່ານ ເຈີ່ນກັວກເວືອງ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ພວມນັບມື້ນັບມີການປ່ຽນແປງໃໝ່ຫຼາຍຢ່າງ, ນັບມື້ນັບມີປະຊາທິປະໄຕ. ບັນດາວາລະຊັກຖາມ ແລະ ໂຕ້ວາທີຕາມຫົວຂໍ້ຢ່າງເຖິງຖອງ, ແກ້ໄຂຄວາມມຸ່ງມາດປາດຖະໜາ, ຄຳເຫັນຂອງຜູ້ມີສິດເລືອກຕັ້ງ. ບັນດາຮ່າງກົດໝາຍ ທີ່ຍັງມີຄຳເຫັນຕ່າງກັນຫຼາຍຢ່າງ ຈະສືບຕໍ່ຄົ້ນຄ້ວາຕໍ່ໄປ, ຮັບປະກັນໃຫ້ການຕົກລົງຂອງສະພາແຫ່ງຊາດ ຕ້ອງແມ່ນການຕົກລົງ ຂອງໝູ່ຄະນະບົນພື້ນຖານການສະແດງເຈດຈຳນົງຂອງທົ່ວປວງຊົນ.
ກໍ່ໃນວັນດຽວກັນ, ທ່ານ ດິງລາທັງ, ເລຂາຄະນະພັກນະຄອນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນໂຮ່ຈີມິນ ພ້ອມດ້ວຍສະມາຊິກສະພາແຫ່ງຊາດນະຄອນໂຮ່ຈີມິນ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງກູ໋ຈີ ແລະ ຮັອກໂມນ (ນະຄອນໂຮ່ຈີມິນ). ຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງ, ທ່ານ ດິງລງທັງ ສະເໜີວ່າ: ບັນດາຂໍ້ສະເໜີແນະ ຂອງຜູ້ມີສິດເລືອກຕັ້ງ ຖ້າຫາກຂື້ນກັບສິດອຳນາດຂອງນະຄອນ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຈະຊີ້ນຳບັນດາພະແນກ, ຂະແໜງການສົມທົບກັບທ້ອງຖິ່ນ ເພື່ອແກ້ໄຂໃຫ້ປະຊາຊົນໂດຍໄວ. ສຳລັບບັນຫາທີ່ຂື້ນກັບສິດອຳນາດຂອງສູນກາງ, ນະຄອນ ຈະສະເໜີເພື່ອມີທິດທາງແກ້ໄຂຕໍ່ໄປ.