(vovworld) - ວັນທີ 25/1, ເນື່ອງໃນໂອກາດການສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 – 3/2/2017) ແລະ ບຸນປີໃໝ່ປະຈຳຊາດປີລະກາ 2017, ບັນດາການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ ແລະ ຖະຫວາຍດອກໄມ້ທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະລະຊີວິດເພື່ອຊາດ. ຕໍ່ຈາກນັ້ນ, ບັນດາການນຳພັກ, ລັດ ໄດ້ໄປຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ບັກເຊີນ ແລະ ສຸສານ ມາຍຢິກ, ຮ່າໂນ້ຍ.