ການນຳພັກ, ລັດພົບປະ ກັບຜູ້ມີສິດເລືອກຕັ້ງ

ການນຳພັກ, ລັດພົບປະ ກັບຜູ້ມີສິດເລືອກຕັ້ງ - ảnh 1

ທ່ານ​ດິງ​ເທ​ຮິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງຮ່ວາ​ບິ່ງ

(ພາບ:tuyengiao.vn)

(VOV)-  ​ວັນ​ທີ 26/11, ທ່ານ​ດິງ​ເທ​ຮິງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ຮ່ວາ​ບິ່ງ ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາ​ແສງມົງຮວາ​, ​ເຢີ​ນຮ້າ, ​ເຢີ​ນຮ່ວາ ​ເມືອງ​ກີ່​ເຊີນ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງຂອງ 11 ​ເຂດ​ຊຸມ​ຊົນ​ຕາ​ແສງ​ຮ່ວາ​ເຊີນ ​ເມືອງ​ເລືອ​ງ​ເຊີນ ​ແຂວງ​ຮ່ວາ​ບິ່ງ. ທີ່​ການ​ພົບ​ປະ, ທ່ານ​ດິງ​ເທ​ຮິງ ປາດ​ຖະໜາ​ວ່າ ຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ​ຮ່ວາ​ບິ່ງ ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກທຸກຢ່າງ ​ແລະ​, ການ​ທ້າ​ທາຍ​ນາໆ​ປະການ​ເພື່ອ​ສ້າງສາ​ປະ​ເທດ​ຊາດ​ໃຫ້ນັບ​ມື້​ນັບ​ພັດທະນາ. ທ່ານ​ດິງ​ເທ​ຮິງ ກໍ່​ໄດ້​ຮັບເອົາບັນດາ​ຄຳ​ເຫັນ, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ລວບ​ລວມ, ສະ​ເໜີ​ກັບ​ຂັ້ນຕ່າງໆ​ມີ​ສິດ​ອຳນາດ ​ແລະ ປາດ​ຖະໜາ​ວ່າ​ຜູ້​ມີ​ສິດ​ເລືອກ​ຕັ້ງຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສະໜັບສະໜູນ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເພື່ອ​ສຳ​ເລັດ​ໜ້າ​ທີ່​​ເຊິ່ງໄດ້​ຮັບ​​ມອບ​ໝາຍ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ