ການນຳພັກ, ລັດ ຢ້ຽມຢາມ, ອວຍພອນປີໃໝ່ທ້ອງຖີ່ນຕ່າງໆ

ການນຳພັກ, ລັດ ຢ້ຽມຢາມ, ອວຍພອນປີໃໝ່ທ້ອງຖີ່ນຕ່າງໆ - ảnh 1
ທ່ານເລຂາທິການໃຫຍ່ຢ້ຽມຢາມແມ່ຫວຽດນາມວິລະຊົນ ຫງວຽນທິຈ໋ຽນ
(ພາບ: http://nguyenphutrong.net)

ເນື່ອງ​ໃນ​ໂອກາດ​ກະກຽມ​ຕ້ອນຮັບ​ປີ​ໃໝ່​ປະຈຳ​ຊາດ, ​ໃນ​ລະຫວ່າງ​ວັນ​ທີ 13 ​ແລະ 14/1, ທ່ານ ​ເລຂາທິການ​ໃຫຍ່​ພັກ​ກອມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ, ປະຊາຊົນ ​ແຂວງ ກວາງ​ນາມ. ທ່ານ​ເລຂາທິການ​ໃຫຍ່​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່ ​ແລະ ມອບ​ຂອງຂວັນ​​ໃຫ້​ບັນດາ​ຄອບຄົວ​ນອນ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ, ​ແມ່​ຫວຽດນາມ​ວິລະ​ຊົນ. ນັ້ນ​ແມ່ນ ​ແມ່ ຫງວຽນ​ທິຈ໋ຽນ ຢູ່​ຕາ​ແສງ ຕາມ​ເຟືອ​ກ ​ມີ​ຜົວ ​ແລະ ລູກ 2 ຄົມ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ, ​ແມ່ ​ໂດ້ທິ​ແຖງ ມີ​ລູກ​ຊາຍ 2 ຄົນ ​ແລະ ລູກ​ສາວ​ຄົນ​ໜຶ່ງ​​ ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ..​​. ທ່ານ​ເລຂາທິການ​ໃຫຍ່​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່​ຄວາມ​ເສຍ​ສະຫຼະອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ແມ່​ຫວຽດນາມວິລະ​ຊົນ ​ແລະ ຢືນຢັນວ່າ ພັກ, ລັດ ​ແລະ ປະຊາຊົນ​ບໍ່​ມີ​ວັນ​ຈະ​ລື່ມບັນດາ​ຄຸນງາມຄວາມດີ, ຄວາມ​ສູນ​ເສຍຂອງ​ບັນດາ​ແມ່, ບັນດາ​ຄອບຄົວ​ນອນ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ ​ເພື່ອ​ເຮັດ​​ໃຫ້​ປະ​ເທດ​ຊາດ​​ຍາດໄດ້​ຜົນງານ​ຄື​ປະຈຸ​ບັນ. ທ່ານ​ເລຂາທິການ​ໃຫຍ່ ຖື​ວ່າ: ​ໃນ​ພາລະກິດ​ຫັນ​ປະ​ເທດ​ເປັນປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ, ​ໃນ​ບັນດາ​​ທ່າ​ແຮງ​ທີ່ ກວາງ​ນາມ​ຕ້ອງ​ເສີມ​ຂະຫຍາຍ ນັ້ນ​ແມ່ນ​ມູນ​ເຊື້ອ​ປະຕິວັດ​ອົງອາດ​ກ້າ​ແກ່ນ.

ຕອນ​ເຊົ້າ​ວັນ​ທີ 14/1, ​ເມື່ອ​ລົງ​ໄປອວຍພອນ​ປີ​ໃໝ່​ອົງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ກວາງ​ນາມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ຖື​ວ່າ: ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ​ແຂວງ​ກວາງ​ນາມ​ຕ້ອງ​ສືບ​ຕໍ່​ສາມັກ​ຄີ, ສຸມ​​ໃສ່​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ, ປັບປຸງ​ລະບົບ​ການ​ເມືອງຂັ້ນ​ຮາກ​ຖານ, ສະກັດ​ກັ້ນ​ໄພ​ສໍ້​ລາດ​ບັງ​ຫຼວງ, ຟຸມ​ເຟືອຍ​.​.​.  ຢ່າງ​ເດັດຂາດ ຕາມ​​​ເນື້ອ​​ໃນ​ຈິດ​ໃຈກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ແລະ ມະຕິ​ກອງປະຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ່ 11 ຂອງພັກ​ກ​ອມມູນິດ​ຫວຽດນາມ​.

ຂ່າວ/ບົດ​ອື່ນ