ການນຳພັກ, ລັດ ຫວຽດນາມ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຈີນ ວາງອີ

ການນຳພັກ, ລັດ ຫວຽດນາມ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຈີນ ວາງອີ  - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ວາງ​ອີ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ

(vovworld) – ຕອນ​ບ່າຍ​ວັນ​ທີ 5/8, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ວາງ​ອີ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ, ທີ່ພວມ​ຢູ່​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ ວາງ​ອີ ລາຍ​ງານ​​ໃຫ້​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊາບ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ເຈລະ​ຈາ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ນ​ມິ​ງ ​ແລະ ຢືນຢັນວ່າ​ການ​ນຳພັກ ​ແລະ ລັດ ຈີນ ຖື​ການ​ພົວພັນ​ກັບ ຫວຽດນາມ ​ເປັນ​ສຳຄັນ, ກໍ່ຄືປາດ​ຖະໜາ​ຢາກ​ພ້ອມ​ກັບ ຫວຽດນາມ ​ເຮັດ​​ໃຫ້​ສາຍ​ພົວພັນຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ນັບ​ມື້​ນັບ​ເລິກ​ເຊິ່ງກ່ວາ​ອີກ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຮັບ​ຮູ້​ໝາກຜົນ​ການ​ເຈລະຈາ​ຢ່າງ​ແທ້ຈິງ​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ 2 ປະ​ເທດ ​ແລະ ຢັ້ງຢືນວ່າການ​ຊຸກຍູ້​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ ​ແລະ ຄູ່​ຮ່ວ​​​ມມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ ຫວຽດນາມ - ຈີນ ​ແມ່ນ​ແຜນ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ກໍ່​ແມ່ນ​ບຸລິມະສິດອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຫວັງ​ວ່າ 2 ຈະຝ່າຍ​ມານະ​ພະຍາຍາມ​ຫັນ​ເປັນ​ລະອຽດ ​ແລະ ​ປະຕິ​ບັດບັນດາ​ຂໍ້​ຕົກລົງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດຢ່າງ​ຄົບ​ຖ້ວນ​, ​ເພີ່ມ​ທະວີ​​ການ​ຮ່ວມ​ມືໃນ​ທຸກໆ​ຂົງ​ເຂດ, ​ແກ້​ໄຂ​ບັນດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ຜ່ານ​ການ​ເຈລະຈາ​ສັນຕິພາບ​ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ບັນດາ​ເອກະສານ​ທີ່​ກ່ຽວ​ຂ້ອງ​​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ 2 ປະ​ເທດ, ​ແນ​​ໃສ່​ນຳ​ກາ​ນພົວພັນ​ມິດຕະພາບ ຫວຽດນາມ - ຈີນ ​ໃຫ້ພັດທະນາ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແລະ ​ໂລກ.

    ກ່ອນ​ໜ້າ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ກໍ່​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ວາງ​ອີ, ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນວ່າ ຫວຽດນາມ ຈະ​ເຮັດ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ​ຝ່າຍ ຈີນ ຊຸກຍູ້​ການ​ພົວພັນ​ຄູ່ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ​ໃຫ້ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້ 2 ຝ່າຍ​ແກ້​ໄຂ​ບັນດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​​ຜ່ານ​ການ​ເຈລະຈາ​ສັນຕິພາບ, ​ແກ້​ໄຂ​ບັນດາ​ບັນ​ຫາ​ເກີດ​ຂຶ້ນ​ຢ່າງ​ສົມ​ເຫດ​ສົມ​ຜົນ​ບົນ​ຈິດ​​ໃຈ​ສ້າງສັນ, ບໍ່​ປະ​ໃຫ້​ບັນດາ​ບັນ​ຫາ​ນີ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ລວມລະ​ຫວ່າງ 2 ປະ​ເທດ ກໍ່​ຄື​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຖື​ວ່າ: 2 ຝ່າຍ​ຄວນ​ຢືດໝັ້ນ​ແກ້​ໄຂ​ການ​ພິພາດ​ບົນ​ທະ​ເລ​ຕາມ​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້ນຳ​ແກ້​ໄຂ​ບັນຫາ​ບົນ​ທະ​​ເລ ຫວຽດນາມ - ຈີນ, ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາ​ຍວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ບົນ​ເນື້ອ​ໃນ​ຈິດ​ໃຈ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ມຸ້ງ​ໄປ​ເຖິງ​ສ້າງ​ຂໍ້​ຕົກລົງ​ການ​ປະພຶດ​ຂອງ​ຝ່າ​ຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

    ທ່ານ​ລັດຖະມົນຕີ ວາງ​ອີ ຢືນຢັນ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ແຮງ, ພິ​ເສດ​ແມ່ນ​ບັນ​ດາ​ຂົງ​ເຂດ​​ເຊິ່ງ​ທັງ 2 ຝ່າຍ​ມີ​ທ່າ​ແຮງ ກ່ຽວ​ກັບ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​.​..​

ຂ່າວ/ບົດ​ອື່ນ