ການ​ນຳ​ພັກ, ລັດ ອວຍ​ພອນ​ບຸນ​ເຕັດ​ບັນ​ດາ​ທ້ອ​ງ​ຖິ່ນ

(VOVWORLD) -ວັນທີ 14 ມັງກອນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ກຳມະກອນປະສົບກັບຄວາມຫຍຸ້ງຍາກ ແລະ ອວຍພອນພະນັກງານ, ນັກຮົບກຳລັງປະກອບອາວຸດ ພວມປະຕິບັດໜ້າທີ່ເວນຍາມບຸນເຕັດປີແມວ 2023 ຢູ່ແຂວງ ກ໋ວາງຈິ.

ໃນວັນດຽວກັນ ຄະນະປະຕິບັດງານສູນກາງພັກໂດຍທ່ານ ໂດວັນຈຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນຳໜ້າ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດຢູ່ຕາແສງຊາຍແດນ ໂມຣາຍ, ເມືອງຊາເທິຍ, ແຂວງ ກອນຕຸມ. ນະທີ່ນີ້, ທ່ານ ໂດວັນຈຽນ ສະເໜີໃຫ້ອຳນາດການປົກຄອງແຂວງ ກອນຕຸມເອົາໃຈໃສ່ ເບິ່ງແຍງດູແລປະຊາຊົນໝົດທຸກຄົນ, ທຸກຄອບຄົວເພື່ອໃຫ້ມີເງື່ອນໄຂຕ້ອນຮັບລະດູບານໃໝ່, ບຸນເຕັດຢ່າງເບີກບານມ່ວນຊື່ນ. ທ່ານກ່າວວ່າ:

ຖ້າມີຜູ້ໃດປະສົບກັບຄວາມຫຍຸ້ງຍາກຢ່າງແທ້ຈິງ ບໍ່ມີເງື່ອນໄຂຕ້ອນຮັບບຸນເຕັດນັ້ນ ຂ້າພະເຈົ້າສະເໜີໃຫ້ແນວໂຮມປະເທດຊາດ ຫວຽດນາມຂັ້ນແຂວງ ເບີກເງິນລ່ວງໜ້າເພື່ອໃຫ້ແກ່ພໍ່ແມ່ປະຊາຊົນມີເງື່ອນໄຂໄດ້ຕ້ອນຮັບບຸນເຕັດ. ແນວໂຮມປະເທດຊາດ ຫວຽດນາມ ກໍ່ຈະໜູນຊ່ວຍເພື່ອໃຫ້ທຸກຄົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ