ການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ

(VOVWORLD) -       ຕອນບ່າຍວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມເປີດປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022 ແລະ ກອງປະຊຸມຄັ້ງທີ 44 ຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ
       ການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ

     ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃນການເພີ່ມທະວີການພົວພັນແບບພິເສດຫວຽດນາມ - ລາວ, ຍາມໃດກໍ່ສະໜັບສະໜູນກິດຈະການປ່ຽນແປງໃໝ່ ແລະ ພັດທະນາຂອງລາວຢ່າງແຂງແຮງ, ທ່ານກໍຕີລາຄາສູງການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຕ້ານໂລກລະບາດໂຄວິດ-19. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີ 2 ຝ່າຍສືບຕໍ່ນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ເປັນແກ່ນສານກຳນົດທິດສັງລວມ ຂອງການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຊຸກຍູ້, ສ້າງການ ພັດທະນາໃໝ່ໃນການພົວພັນຮ່ວມມືທາງດ້ານເສດຖະກິດ; ວັດທະນະທຳ ແລະ ການສຶກສາ; ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວແທດຈິງ, ເລິກເຊິ່ງ ແລະ ກວ້າງຂວາງ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ - ລາວ 2022.

    ສ່ວນທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ພັດທະນາສາຍພົວພັນແບບພິເສດ ລາວ-ຫວຽດນາມ. ທ່ານນາຍົກລັດຖະມົນຕີ ລາວ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊາບກ່ຽວກັບຜົນການເຈລະຈາຢ່າງແທດຈິງ ແລະເລິກເຊິ່ງກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ. 2 ຝ່າຍໄດ້ເຫັນດີເປັນເອກະສັນວ່າ ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາໄດ້ຮັບການພັດທະນາໃນທຸກຂົງເຂດ. ລັດຖະບານລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບລັດຖະບານ ຫວຽດນາມ ເພື່ອຜັນຂະຫຍາຍປະຕິບັດ ບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ ແລະ ບັນດາເນື້ອໃນຂອງສັນຍາທີ່ກອງປະຊຸມຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວທີ່ຈະມາເຖິງ , ພ້ອມກັນນັ້ນ ກໍຜັນຂະຫຍາຍ ບັນດາການເຄື່ອນໄຫວໃນປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ຢ່າງມີປະສິດທິຜົນ.

       ການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ - ảnh 2

      ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກໄດ້ຕີລາຄາສູງໝາກຜົນແຫ່ງການເຈລະຈາລະຫວ່າງນາຍົກລັດຖະມົນຕີ ຫວຽດນາມ - ລາວ ແລະ ຜົນສຳເລັດຂອງພິທີປຸກລະດົມ “ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2022”, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ ສອງປະເທດຍັງ ໃຫຍ່ຫຼວງຢູ່ . 2 ຝ່າຍຄວນສືບຕໍ່ຊຸກຍູ້ການພົວພັນທາງການເມືອງອັນດີງາມ ແລະ ໝັ້ນຄົງເຂັ້ມແຂງ ແລະ ຫັນບັນດາທ່າແຮງ ແລະ ທ່າໄດ້ປຽບດັ່ງກ່າວເປັນແຜນການ, ໂຄງການ ແລະ ວຽກງານສະເພາະ, ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງປະເທດ.      ການນຳສອງທ່ານໄດ້ເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມື, ພິເສດແມ່ນການປົດປ່ອຍແຫຼ່ງກຳລັງໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງສອງຝ່າຍ; ເປີດກ້ວາງການເຊື່ອມຈອດພື້ນຖານໂຄງລ່າງດ້ານຄົມມະນາຄົມ, ພະລັງງານ, ໂທລະຄົມ ແລະ ຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງອ່ອນແລະເສດຖະກິດດີຈີຕອນ. 2 ຝ່າຍເຫັນດີເປັນເອກະສັນຈະສົມທົບກັບບັນດາປະເທດ ອາຊຽນ ໜູນຊ່ວຍ ກຳປູເຈຍ ແບກຫາບ ບົດບາດເປັນປະທານອາຊຽນ ໃນປີ 2022 ຢ່າງສຳເລັດຜົນ, ຮັກສາຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ.

       ການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ - ảnh 3ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ  ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ

    ແລະ ກໍໃນຕອນບ່າຍວັນທີ 8/1, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ

       ການນຳ 2 ທ່ານ ຢືນຢັນວ່າ, ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດ ສູງສຸດໃນການຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນ ມິດຕະພາບ ທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ລາວ; ການນຳທັງສອງສະແດງຄວາມພາກພູມໃຈເມື່ອເຫັນວ່າ, ເຖິງວ່າຈະໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ກໍຕາມ, ແຕ່ການພົວພັນຮ່ວມມືລະຫວ່າງສອງປະເທດຍັງຄົງສືບຕໍ່ຮັກສາທ່າພັດທະນາໃນທຸກຊ່ອງທາງ, ໃນທຸກຂົງເຂດການເມືອງ, ການທູດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທຶນ, ການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ. -19, ການພົບພັນແລກປ່ຽນປະຊາຊົນ...

      ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍໄດ້ເຫັນດີເປັນເອກະສັນວ່າ ສະພາແຫ່ງຊາດ 2 ປະເທດ ຈະສືບຕໍ່ສົມທົບກັນຕິດຕາມກວດກາ ແລະ ສ້າງເງື່ອນໄຂສະດວກແກ່ການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ, ພິເສດແມ່ນບັນດາໜ້າທີ່ຈຸດສຸມໃນ ຍຸດທະສາດການຮ່ວມມື ຫວຽດນາມ - ລາວ ໄລຍະ 2021-2030 ແລະ ສັນຍາຮ່ວມມື ຫວຽດນາມ-ລາວ ໄລຍະ 2021-2025; ເພີ່ມທະວີການປຶກສາຫາລື, ແລກປ່ຽນປະສົບການໃນວຽກງານນິຕິບັນຍັດ, ສ້າງຂອບເຂດກົດໝາຍໃຫ້ສົມບູນແບບ ເພື່ອປະກອບສ່ວນພັດທະນາເສດຖະກິດ - ສັງຄົມ.

             2 ຝ່າຍກໍ່ເຫັນດີເປັນເອກະສັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາການເຄື່ອນໄຫວຂອງສະພາແຫ່ງຊາດຂອງ 2 ປະເທດ, ພິເສດແມ່ນຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ. ການນຳສອງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສົມທົບກັນຈັດຕັ້ງການເຄື່ອນໄຫວເປັນຢ່າງດີໃນຂອບເຂດ “ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ” ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນການລົງນາມ ສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ ປີ 2022.     
 
ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ