ການນຳພັກ CPPແລະ ການນຳ ພັກ CNRP
|
(vovworld)- ຕອນຄ່ຳວັນທີ 23/9 ຢູ່ສຳນັກງານສະພາແຫ່ງຊາດ ກຳປູເຈຍ, ການນຳພັກປະຊາຊົນ ກຳປູເຈຍ CPP ກວມສ່ວນຫລາຍໃນສະພາແຫ່ງຊາດໄດ້ຈັດການປະຊຸມກັບການນຳພັກກູ້ຊາດ CNRP ກວມສ່ວນຫນ້ອຍໃນສະພາແຫ່ງຊາດ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງການປັບປຸງກົດໝາຍວ່າດ້ວຍການເລືອກຕັ້ງ, ກະກຽມໃຫ້ການເລືອກຕັ້ງສະພາຕາແສງ ປີ 2017. ຕາມວົງການນັກໄຈ້ແຍກແລ້ວ, ການພົບປະໃນວັນທີ 23/9 ເຖິງວ່າບໍ່ບັນລຸໝາກຜົນດີປານໃດກ່ຽວກັບເນື້ອໃນ ແຕ່ພັດມີຄຸນຄ່າກ່ຽວກັບສັນຍາລັກໃຫ້ຄວາມມານະພະຍາຍາມຮັກສາ “ວັດທະນະທຳການໂອ້ລົມສົນທະນາລະຫວ່າງສອງພັກ”. ກ່ອນຫນ້ານັ້ນ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ປະທານພັກ CPP ແລະ ປະທານ ພັກ CNRP Sam Rainsy ໄດ້ໝັ້ນໝາຍ: ສອງພັກ ຈະສືບຕໍ່ຮ່ວມມືນຳກັນເປັນຢ່າງດີ ຜ່ານ “ວັດທະນະທຳການໂອ້ລົມສົນທະນາ”.