ການນຳຢູແກຼນ,ລັດເຊຍ ແລະເຢຍລະມັນ ປຶກສາຫາລືແຜນການ ສ້າງສັນຕິພາບຢູ່ພາກຕາເວັນອອກ
ປະທານາທິບໍດີລັດເຊຍ V.Putin ແລະ ທ່ານນາງ
ນາຍົກລັດຖະມົນຕີເຢຍລະມັນ Angela Merkel
(ພາບ: AP)
(vovworld)- ວັນທີ 12/6, ປະທານາທິບໍດີຢູແກຼນ ຄົນໃໝ່ Petro Poroshenko ໄດ້ໂອ້ລົມທາງໂທລະສັບອ່ວຍພອນ ປະທານາທິບໍດີລັດເຊຍ V.Putin ໃນໂອກາດວັນປະເທດລັດເຊຍ ແລະ ປຶກສາຫາລືແຜນການແກ້ໄຂສະພາບການຢູ່ ຢູແກຼນຕາເວັນອອກ ໂດຍສັນຕິວິທີ. ປະມຸກລັດສອງທ່ານໄດ້ຍົກອອກແຜນການລວມມີບັນດາບາດກ້າວເດີນລະອຽດເພື່ອຢຸດຍິງ ແລະ ແກ້ໄຂສະພາບການດ້ວຍເສັ້ນທາງສັນຕິພາບ ກໍ່ຄືບັນດາມາດຕະການຕໍ່ໄປເພື່ອສ້າງສັນຕິພາບຢູ່ ຢູແກຼນຕາເວັນອອກ. ນອກຈາກນັ້ນແລ້ວ, ສອງຝ່າຍຍັງປຶກສາຫາລືບັນດາບັນຫາພັດທະນາການພົວພັນສອງຝ່າຍ.
ໃນວັນດຽວກັນ, ປະທານາທິບໍດີ Petro Poroshenko ໄດ້ໂອ້ລົມທາງໂທລະສັບກັບທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ເພື່ອປຶກສາຫາລືບັນຫາສົມທົບບັນດາຄວາມມານະພະຍາຍາມເພື່ອແນໃສ່ແກ້ໄຂສະພາບການຢູ່ສອງແຂວງ Donetsk ແລະ Lugansk ຢູ່ ຢູແກຼນຕາເວັນອອກ./.