ຄະນະໄດ້ຖ່າຍຮູບທີ່ລະນຶກພາຍຫຼັງການພົບປະ
|
(vovworld) - ຕອນບ່າຍ, ວັນທີ 20/4 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Li Chunseng, ປະທານສະຫະພັນສະຫະກອນສາກົນເປັນຫົວໜ້າຄະນະ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີສະຫະກອນພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 10 ໄດ້ຈັດຕັ້ງຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໄດ້ຢຶນຢັນວ່າ: ຜ່ານກອງປະຊຸມຄັ້ງນີ້ ຫວຽດນາມ ຮ່ຳຮຽນເອົາບົດຮຽນຫລາຍຢ່າງຈາກບັນດາປະເທດກ່ຽວກັບການພັດທະນາສະຫະກອນ. ທ່ານນາຍົກລັດຖະມົນຕີ ສະເຫນີ: ສະຫະພັນສະຫະກອນສາກົນ ຫນູນຊ່ວຍບັນດາສະຫະກອນຫວຽດນາມ ເພີ່ມທະວີຄວາມສາມາດແກ້ງແຍ້ງ, ປະຕິບັດບັນດາໂຄງການເພື່ອແຊກຊືມເຂົ້າຕະຫລາດສາກົນ.
ກ່ອນຫນ້ານັ້ນ, ຕອນເຊົ້າວັນດຽວກັນ ທີ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ໄດ້ຕ້ອນຮັບຄະນະຜູ້ແທນສະຫະພັນສະຫະກອນສາກົນໂດຍ Li Chunseng, ປະທານສະຫະພັນສະຫະກອນສາກົນເປັນຫົວໜ້າຄະນະ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ໄດ້ຕີລາຄາສູງບັນດາເນື້ອໃນ ແລະ ໂຄງການເຄື່ອນໄຫວຂອງກອງປະຊຸມ ແລະ ຖືວ່າ ນີ້ແມ່ນໂອກາດສຳຄັນເພື່ອໃຫ້ ຫວຽດນາມ ຮ່ຳຮຽນເອົາບົດຮຽນຂອງບັນດາປະເທດໃນການສ້າງສາ, ພັດທະນາ ແລະ ເສີມຂະຫຍາຍບົດບາດຂອງສະຫະກອນເພື່ອພັດທະນາພື້ນຖານເສດຖະກິດຂອງປະເທດຊາດໃຫ້ດີກ່ວາອີກ. ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ສະຫະພັນສະຫະກອນສາກົນສືບຕໍ່ໜູນຊ່ວຍຍົກສູງກຳລັງຄວາມສາມາດຂອງບັນດາສະຫະກອນ ຫວຽດນາມ, ນຳບັນດາຜະລິດຕະພັນຂອງ ຫວຽດນາມ ແຊກຊຶມເຂົ້າເລິກບັນດາຕະຫຼາດພາກພື້ນ ແລະ ສາກົນ, ໜູນຊ່ວຍດ້ານເຕັກນິກ, ນັກຊ່ຽວຊານຊ່ວຍໃຫ້ ຫວຽດນາມ ປ່ຽນໃໝ່, ໝູນໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດກະສິກຳ, ຊຸກຍູ້ການດຳເນີນທຸລະກິດແບບຍືນຍົງ.
ທ່ານ Li Chunseng, ປະທານສະຫະພັນສະຫະກອນສາກົນ ປາດຖະໜາວ່າ ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະຫະພັນສະຫະກອນສາກົນ, ຜ່ານນັ້ນ ໄດ້ວາງອອກບັນດາລາຍການ, ມາດຕະການເຄື່ອນໄຫວເໝາະສົມ, ປະກອບສ່ວນຊຸກຍູ້ສັນຕິພາບ, ຄວາມສະຫງົບ, ຄວາມວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.