ການນຳລັດເຊຍ,ອາເມລິກາໂອ້ລົມທາງໂທລະສັບກ່ຽວກັບບັນດາບັນຫາເຄັ່ງຮ້ອນໃນໂລກ

ການນຳລັດເຊຍ,ອາເມລິກາໂອ້ລົມທາງໂທລະສັບກ່ຽວກັບບັນດາບັນຫາເຄັ່ງຮ້ອນໃນໂລກ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin (ຊ້າຍ) ແລະ ຄູ່​ຕຳ​ແໜ່ງ ອາ​ເມ​ລິ​ກາ Barack Obama
(ພາ​ບ: EPA)

(vovworld) – ວັນ​ທີ 25/6, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄດ​້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ຄູ່​ຕຳ​ແໜ່ງ ອາ​ເມ​ລິ​ກາ Barack Obama  ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ, ບັນ​ຫາ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ກໍ່​ຄື​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ. ນີ້​ແມ່ນ​ການ​ໂອ້​ລົມ​ສົ​ນ​ທະ​ນາ​ທາງ​ໂທ​ລະ​ສັບ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ການ​ນຳ ລັດ​ເຊຍ, ອາ​ເມ​ລິ​ກາ ນັບ​ແຕ່​ເດືອນ 2 ຜ່ານ​ມາ. ແຈ້ງ​ການຂອງ​ທຳ​ນ​ຽບ​ຂາວ ໃຫ້​ຮູ້​ວ່າ: ການ​ນຳ 2 ທ່ານກໍ່​ໄດ້​ແລກ​ປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ສະ​ພາບ​ການ​ນັບ​ມື້​ນັບ​ຮ້າຍ​ແຮງ​ຢູ່ ຊີ​ຣີ ​ເຊິ່ງ​ແມ່ນບ​່ອນ​ທີ່​ບັນ​ດາ​ທະ​ຫານ​ກະ​ບົດ IS ພ​ວມ​ເຄື່ອນ​ໄຫວ, ພ້ອມ​ທັງ​ເນັ້ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ເລື່ອງ​ກຸ່ມ P5+1 (ເຊິ່ງ​ລ​ວມ​ມີ: ອັງ​ກິດ, ຝ​ຣັ່ງ, ອ​າ​ເມ​ລິ​ກາ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ຮັກ​ສາຫຼັກ​ໝັ້ນ​ເປັນ​ເອ​ກະ​ພາບ​ໃນ​ການ​ເຈ​ລະ​ຈາ​ກັບ ອີ​ຣານ ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ​ປະ​ເທດ ສ. ອິດ​ສະ​ລາມ ນີ້. ກ່ຽວ​ຂ້ອ​ງ​ເຖິງ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ, ໃນ​ການ​ໂອ້​ລົມ​, ທ່ານ​ປະ​ທາ​ນາ​ທິ​ບໍ Obama ໄດ້​ຢັ້ງ​ຢືນ​ອີກ​ເທື່ອ​ໜຶ່ງ​ເຖິງ​ຄວາມ​ຈ​ຳ​ເປັນ​ຂອງ​ເລື່ອງ ມົດ​ສ​ກູ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອ​ງ​ຕົນ​ຕາມ​ຂໍ້​ຕົກ​ລົງ Minsk.

 


ຂ່າວ/ບົດ​ອື່ນ