ປະທານາທິບໍດີ ອາເມລິກາ ແລະ ປະທານາທິບໍດີ ລັດເຊຍ
ພາບ:baomoi.com
|
(vovworld)- ວັນທີ 1/8, ປະທານາທິບໍດີ ອາເມລິກາ Barak Obama ແລະ ປະທານາທິບໍດີລັດເຊຍ Vladimir Putin ໄດ້ໂອ້ລົມທາງໂທລະສັບກ່ຽວກັບສະພາບການ ຢູແກຼນ. ນີ້ແມ່ນການໂອ້ລົມທຳອິດລະຫວ່າງການນຳສອງທ່ານ ນັບແຕ່ເມື່ອອາເມລິກາ ແລະ ສະຫະພາບເອີລົບ ຈັດວາງບັນດາມາດຕະການລົງໂທດໃຫມ່ສຳລັບ ມົດສະກູ ທີ່ກ່ຽວຂ້ອງເຖິງບັນຫາ ຢູແກຼນ. ການນຳສອງທ່ານ ເຫັນດີວ່າ: ສະພາບຈົນຕະແຕປະຈຸບັນຢູ່ ຢູແກຼນ ບໍ່ມີຜົນປະໂຫຍດນັບທັງ ອາເມລິກາ ແລະ ລັດເຊຍ, ສະນັ້ນ ຄວນຢຸດຕິສະພາວະການຮົບຢູ່ ພາກຕາເວັນອອກ ຢູແກຼນ ພ້ອມທັງ ເລີ່ມຕົ້ນວິວັດການການເມືອງຢູ່ປະເທດນີ້,ສືບຕໍ່ບັນດາການພົບປະລະຫວ່າງກຸ່ມປະຕິບັດງາມ 3 ຝ່າຍ ຊື່ງລວມມີ: ຢູແກຼນ, ລັດເຊຍ ແລະ ອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມື ເອີລົບ(OSCE). ໃນການໂອ້ລົມດັ່ງກ່າວ, ທ່ານປະທານາທິບໍດີ Putin ໄດ້ເນັ້ນຫນັກບັນດາມາດຕະການລົງໂທດໃຫຍ່ ຊື່ງ ອາເມລິກາ ແລະ ອີຢູ ຈັດວາງສຳລັບ ລັດເຊຍ ແມ່ນໄຮ້ຜົນປະໂຫຍດ ແລະ ກໍຜົນສະທ້ອນຢ່າງຫນັກຫນ່ວງເຖິງສາຍພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ກໍຄືສະຖຽນລະພາບໃນໂລກ.