ພິທີສົບຂອງອະດີດນາຍົກລັດຖະມົນຕີສິງກະໂປທ່ານຫຼີກວນຢູ |
(vovworld)- ວັນທີ 29/3, ການນຳຫຼາຍປະເທດໃນໂລກໄດ້ໄປຮອດສິງກະໂປເພື່ອເຂົ້າຮ່ວມພິທີສົບຂອງອະດີດນາຍົກລັດຖະມົນຕີສິງກະໂປທ່ານຫຼີກວນຢູ ຊຶ່ງແມ່ນຜູ້ສ້າງຕັ້ງລັດສິງກະໂປທີ່ທັນສະໄໝ. ແຈ້ງການຂອງກະຊວງການຕ່າງປະເທດສິງກະໂປ ໃຫ້ຮູ້ວ່າ : ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຕາງໜ້າພັກ, ລັດ, ລັດຖະບານຫວຽດນາມ ໄປສິງກະໂປເພື່ອເຂົ້າຮ່ວມພິທີໄຫວ້ອາໄລອະດີດນາຍົກລັດຖະມົນຕີສິງກະໂປທ່ານຫຼີກວນຢູ ໃນວັນທີ 29/3. ສ່ວນການນຳປະເທດອື່ນໆໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ຄື ເຈົ້າຊີວິດມາເລເຊຍ, ປະທານາທິບໍດີ ອິນໂດເນເຊຍ, ປະທານາທິບໍດີ ມຽນມາ, ນາຍົກລັດຖະມົນຕີ ກຳປູເຈຍ, ນາຍົກລັດຖະມົນຕີຍີປຸ່ນ, ປະທານາທິບໍດີ ສ.ເກົາຫຼີ, ນາຍົກລັດຖະມົນຕີ ອົດສຕາລີ, ນາຍົກລັດຖະມົນຕີອິນເດຍ ກໍມາເຂົ້າຮ່ວມບັນດາການເຄື່ອນໄຫວໃນງານສົບຂອງ ອະດີດນາຍົກລັດຖະມົນຕີສິງກະໂປທ່ານຫຼີກວນຢູ ໃນວັນທີ 29/3….