ການນຳເອົາບັດເລືອກຕັ້ງມາໃຫ້ຜູ້ມີສິດເລືອກຕັ້ງຢູ່ເມືອງເກາະເຈື່ອງຊາ

ການນຳເອົາບັດເລືອກຕັ້ງມາໃຫ້ຜູ້ມີສິດເລືອກຕັ້ງຢູ່ເມືອງເກາະເຈື່ອງຊາ - ảnh 1
ການ​ກະ​ກຽມ​ປ່ອນ​ບັດ​ເລືອກ​ຕັ້ງ​ຢູ່​ເມືອງ​ເກາະ​ເຈື່ອງ​ຊາ
ພາບ:TTXVN

(vovworld)- ເຂດ​ປ່ອນ​ບັດ​ເລືອກ​ຕັ້ງ​ຢູ່​ເມືອງ​ເກາະ​ເຈື່ອງ​ຊາ ແຂວງ ແຄງ​ຮ່​ວາ ຈະ​ດຳ​ເນີນ​ກ່ອນ​ການ​ກຳ​ນົດ​ເວ​ລາ​ຫນຶ່ງ​ອາ​ທິດ. ເພື່ອ​ກະ​ກຽມ​ໃຫ້​ແກ່​ຜົນ​ສຳ​ເລັດ​ຂອງວັນ​ເລືອກ​ຕັ້ງ, ກຳ​ປັ່ນ​ກອງ​ທັບ​ເຮືອ 2 ລຳ ສັງ​ກ​ັດ​ກອງ​ບັນ​ຊາ​ການ​ທະ​ຫານ​ເຮືອ​ເຂດ 4 ໄດ້​ແບ່ງ​ເປັນ 2 ທິດ​, ເດີນ​ທາງ​ຫລາຍມື້​ບົນ​ທະ​ເລ​ເພື່ອ​ໄປ​ເຖິງ​ບັນ​ດາ​ເຂດ​ເລືອກ​ຕັ້ງ​ຢູ່ ເກາະ 21 ແຫ່ງ. ນະ​ທີ່ນີ້, ຄະ​ນະ​ປະ​ຕິ​ບັດ​ງານ ໄດ້​ກວດ​ກາ​ວຽກ​ງານ​ກະ​ກຽມ, ແນະ​ນຳ​ວຽກ​ງານ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ ແລະ ມອບ​ສົ່ງບັດ​ເລືອກ​ຕັ້ງ, ບັດ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຫີບ​ບັດ​ໃຫ້​ແກ່​ບັນ​ດາ​ຫົວ​ຫນ່ວຍ. ປະ​ຈຸ​ບັນ, ເຂດ​ປ່ອນ​ບັດ 21 ແຫ່ງ​ຢູ່​ໝູ່​ເກາະ ເຈື່ອງ​ຊາ ໄດ້​ກະ​ກຽມ​ສຳ​ເລັດ​ເພື່ອ​ໃຫ້​ວັນ​ເລືອກ​ຕັ້ງ​​ດຳ​ເນີນ​ໃນ​ວັນ​ທີ 15/5 ຈະ​ມາ​ເຖິງ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ