ການນຳແນວໂຮມປະເທດຊາດຫວຽດນາມອວຍພອນສະມາຄົມພຸດທະສາສະໜາໃນໂອກາດວັນບຸນວິສາຂະບູຊາ
ທ່ານ ຫວູຈ້ອງກິມ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດ
ເຖິງບັນດາພະສົງສຳມະເນນພຸດທະສາສະໜາຫວຽດນາມ
(ພາບ: baomoi.com)
(vovworld) - ຕອນບ່າຍວັນທີ 28/05, ທ່ານຮອງປະທານ, ທັງເປັນເລທິທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫວູຈ້ອງກິມ, ໄດ້ໄປອວຍພອນສູນກາງສະມາຄົມພຸດທະສາສະໜາຫວຽດນາມ ເນື່ອງໃນໂອກາດວັນບຸນວິສາຂະບູຊາພ.ສ 2559. ຢູ່ທີ່ນີ້, ທ່ານ ຫວູຈ້ອງກິມ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດເຖິງບັນດາພະສົງສຳມະເນນພຸດທະສາສະໜາຫວຽດນາມ, ບັນດາພະສົງສຳມະເນນຢູ່ພາຍໃນ ແລະ ຕ່າງປະເທດ ຕ້ອນຮັບວັນບຸນວິສາຂະບູຊາຢ່າງເບີກບານມ່ວນຊື່ນ ແລະ ສະຫງົບສຸກໃນຊາຍຄາລວມຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານ ຫວູຈ້ອງກິມ ປາດຖະໜາວ່າ, ສະມາຄົມພຸດທະສາສະໜາ ສືບຕໍ່ຮ່ວມເດີນທາງພ້ອມກັບປະເທດ, ປະສົມກົມກຽວລະຫວ່າງການເຄື່ອນໄຫວສາສະໜາກັບຊີວິດປະຈຳວັນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.