ການນຳ ຍີ່ປຸ່ນ - ຈີນ ເຫັນດີຮ່ວມມືກັນຢ່າງແຫນ້ນແຟ້ນເພື່ອແນໃສ່ຊຸກຍູ້ຄວາມມີສະຖຽນລະພາບຢູ່ພາກພື້ນ ແລະ ສາກົນ

(VOVWORLD) -ສາຍພົວພັນລະຫວ່າງຈີນ ແລະ ຍີ່ປຸ່ນ ເປັນປົກກະຕິ ແມ່ນສວມບົດບາດສຳຄັນບໍ່ພຽງແຕ່ສະເພາະສອງປະເທດເທົ່ານັ້ນ ຫາກນັບທັງພາກພື້ນແລະ ສາກົນອີກດ້ວຍ

ວັນທີ 25 ກັນຍາ ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ເຫັນດີນຳກັນຈະສືບຕໍ່ບັນດາການພົບປະຂັ້ນສູງເພື່ອແນໃສ່ຊຸກຍູ້ຄວາມມີສະຖຽນລະພາບຢູ່ພາກພື້ນ ແລະ ສາກົນ. ນີ້ແມ່ນການປຶກສາຫາລືຄັ້ງທຳອິດ ລະຫວ່າງບັນດາການນຳສອງປະເທດ ນັບແຕ່ເມື່ອທ່ານ Suga Yoshihide ຮັບດຳລົງຕຳແຫນ່ງເປັນນາຍົກລັດຖະມົນຕີ ຍີ່ປຸ່ນ ໃນສັບປະດາຜ່ານມາ. ການໂອ້ລົມທາງໂທລະສັບໄດ້ດຳເນີນໃນສະພາບຄວາມເຄັ່ງຕຶງລະຫວ່າງ ຈີນ ແລະ ອາເມລິກາ ພວມເພີ່ມຂຶ້ນ ແລະ ຄວາມຂັດແຍ້ງເຂດນ້ຳແດນດິນລະຫວ່າງ ໂຕກຽວ ແລະປັກກິ່ງກ່ຽວກັບກຸ່ມເກາະນ້ອຍຢູ່ ທະເລຮວາຕູງ ເກີດຂຶ້ນໃນຫລາຍປີ.

ໃນຖະແຫລງການຍົກອອກພາຍຫລັງການໂອ້ລົມທາງໂທລະສັບ, ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ ໃຫ້ຮູ້ວ່າ: ທີ່ການໂອ້ລົມທາງໂທລະສັບ, ທ່ານໄດ້ຢືນຢັນສາຍພົວພັນລະຫວ່າງຈີນ ແລະ ຍີ່ປຸ່ນ ເປັນປົກກະຕິ ແມ່ນສວມບົດບາດສຳຄັນບໍ່ພຽງແຕ່ສະເພາະສອງປະເທດເທົ່ານັ້ນ ຫາກນັບທັງພາກພື້ນແລະ ສາກົນອີກດ້ວຍ.  ທ່ານປະທານປະເທດຈີນ ປາດຖະຫນາຢາກຊຸກຍູ້ການພົວພັນສອງຝ່າຍຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ