ການນຳ ລັດເຊຍ, ຕວກກີ ຈະປຶກສາຫາລືກ່ຽວກັບ ຊີຣີ ໃນວັນທີ 17 ກັນຍາ

(VOVWORLD) - ວັນທີ 16 ກັນຍາ, ວັງ Kremlin ແຫ່ງສະຫະພັນ ລັດເຊຍ ຖະແຫຼງວ່າ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະປຶກສາຫາລືກັບຄູ່ຕຳແໜ່ງ ຕວກກີ Recep Tayyip Erdogan ກ່ຽວກັບບັນດາບັນຫາຂອງ ຊີຣີ ໃນວັນທີ 17 ກັນຍາ ຢູ່ນະຄອນ Sochi ຂອງ ຕວກກີ. 

ກອງປະຊຸມດຳເນີນໃນຈຸດເວລາທີ່ບັນດາກຳລັງລັດຖະບານ ຊີຣີ ໂດຍ ລັດເຊຍ ແລະ ອີຣານ ໜູນຫລັງ ພວມກະກຽມດຳເນີນການບຸກໂຈມຕີແນໃສ່ຖານທີ່ໝັ້ນໃຫຍ່ສຸດທ້າຍຂອງພວກລຸກຮື້ຂຶ້ນຢູ່ແຂວງ Idlib, ໂດຍບໍ່ຫົວຊາຕໍ່ເລື່ອງ ຕວກກີ ແລະ ອາເມລິກາ ມີຄຳກ່າວເຕື່ອນຄັດຄ້ານບໍ່ວ່າການບຸກໂຈມຕີໃດໆຢ່າງລຽນຕິດ. ທີ່ກອງປະຊຸມສຸດຍອດ 3 ຝ່າຍຊຶ່ງດຳເນີນຢູ່ ເຕເຮຣານ ເມື່ອວັນທີ 7 ກັນຍາ ຜ່ານມາ, ທັງ ລັດເຊຍ ແລະ ອີຣານ ລ້ວນແຕ່ບໍ່ຍອມຮັບຄຳຮຽກຮ້ອງຂອງທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ກ່ຽວກັບເລື່ອງຢຸດຍິງຢູ່ Idlib, ຕິດກັບຊາຍແດນຂອງ ຕວກກີ.

ຕອບກັບ

ຂ່າວ/ບົດ​ອື່ນ