ການນຳ ລັດເຊຍ ແລະ ອາຟະລິກາໃຕ້ ໂອ້ລົມທາງໂທລະສັບ, ໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນສອງຝ່າຍ
(VOVWORLD) -ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາຟະລິກາໃຕ້ ທ່ານ Cyril Ramaphosa ໄດ້ເຫັນດີເປັນເອກະພາບ ເພີ່ມທະວີການພົວພັນສອງຝ່າຍ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາຟະລິກາໃຕ້ ທ່ານ Cyril Ramaphosa (ພາບເອກະສານ: AFP/TTXVN) |
ໃນຖະແຫຼງການໜຶ່ງຂອງວັງ Kremlin ທີ່ກ່ຽວຂ້ອງເຖິງການໂອ້ລົມທາງໂທລະສັບລະຫວ່າງການນຳສອງທ່ານ ໃນວັນທີ 12 ພຶດສະພາ ໄດ້ເຜີຍໃຫ້ຮູ້ວ່າ, ສອງຝ່າຍສະແດງເຈຕະນາຢາກເພີ່ມທະວີການພົວພັນ ໃນຫຼາຍຂົງເຂດໃຫ້ເປັນຢ່າງດີກວ່າອີກ ຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ.
ກໍຕາມເນື້ອໃນຂອງການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Vladimir Putin ຢັ້ງຢືນວ່າ ລັດເຊຍ ຍາມໃດກໍສະໜັບສະໜູນການນຳໃຊ້ “ເສັ້ນທາງການທູດ” ເພື່ອແກ້ໄຂການປະທະກັນຢູ່ ຢູແກຼນ. ທ່ານປະທານາທິບໍດີ ລັດເຊຍ ສະໜັບສະໜູນຂໍ້ສະເໜີແນະຂອງທ່ານປະທານາທິບໍດີ ອາຟະລິກາໃຕ້ ທີ່ຢາກ ເຊີນການນຳບັນດາປະເທດ ອາຟະລິກາ ເຂົ້າຮ່ວມການເຈລະຈາກ່ຽວກັບວິວັດທະນາການສ້າງສັນຕິພາບໃຫ້ແກ່ ຢູແກຼນ. ທ່ານປະທານາທິບໍດີ Putin ກໍຢ້ຳຄືນຂໍ້ສະເໜີ ຈະສະໜອງທັນຍາຫານ ແລະ ປຸ໋ຍ ຂອງ ລັດເຊຍ ໃຫ້ບັນດາປະເທດ ອາຟະລິກາ ໂດຍບໍ່ເກັບຄ່າ.