ການ​ນຳ ສ​ປ​ປ.ເກົາຫຼີ ລົງ​ກວດ​ກາ​ເຫດ​ການຍິງ​ທົດ​ລອງ​ອາ​ວຸດ​ປະ​ເພດ​ໃໝ່

(VOVWORLD) - ວັນທີ 22 ມີນາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ  (KCNA) ໄດ້ໃຫ້ຂ່າວວ່າ: ການນຳ Kim Jong-un ໄດ້ໄປຕິດຕາມກວດກາການຍິງທົດລອງ “ອາວຸດພາທາງຍຸດທະວິທີ” ທີ່ຫາກໍ່ໄດ້ຜະລິດ.
ການ​ນຳ ສ​ປ​ປ.ເກົາຫຼີ ລົງ​ກວດ​ກາ​ເຫດ​ການຍິງ​ທົດ​ລອງ​ອາ​ວຸດ​ປະ​ເພດ​ໃໝ່ - ảnh 1

ພາບ: Yonhap/TTXVN

   ແຈ້ງການໄດ້ຍົກອອກມາພາຍຫຼັງເວລາ 1 ວັນທີ່ ສ.ເກົາຫຼີ ໃຫ້ຮູ້ວ່າ: ພຽງຢາງໄດ້ຍິງອາວຸດ ເບິ່ງ ຄືວ່າແມ່ນ ລູກສອນໄຟນຳວິຖີໄລຍະສັ້ນ 2 ລູກ.

   ຕາມ KCNA, ການນຳ Kim Jong-un ໄດ້ໄປກວດກາເຫດການຍິງທົດລອງດັ່ງກ່າວ ແລະ ຊີ້ແຈ້ງວ່າ: ນີ້ແມ່ນອາວຸດປະເພດໃໝ່ຫຼ້າສຸດທີ່ຫາກໍ່ໄດ້ຜະລິດ. ທ່ານຍັງເນັ້ນ ໜັກວ່າ: ການຜະລິດບັນດາລະບົບອາວຸດປະເພດໃໝ່ຢ່າງລຽນຕິດ ຈະປະກອບສ່ວນເຂົ້າໃນການຕັດສິນການຫັນແຜນການຍຸດທະສາດຂອງພັກແຮງງານ ສປປ.ເກົາຫຼີ ໃຫ້ປະກົດຜົນເປັນຈິງ ເພື່ອແນໃສ່ສ້າງການຫັນປ່ຽນໂດຍ ພື້ນຖານໃນຍຸດທະສາດແຫ່ງການປ້ອງກັນແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ