ການ​ນຳ​ ສ​ປ​ປ.ເກົາຫຼີ Kim Jong – un ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ​ຄະ​ນະ​ພັກ​​ທະ​ຫານ​ສູນ​ກາງ

(VOVWORLD) - ວັນທີ 19 ກໍລະກົດ ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ການນຳ ສປປ.ເກົາຫຼີ ທ່ານ Kim Jong – un ໄດ້ເປັນປະທານກອງປະຊຸມຄະນະພັກທະຫານສູນກາງຂອງພັກແຮງງານ ສປປ.ເກົາຫຼີ ແລະ ປຶກສາຫາລື “ບັນດາບັນຫາຫຼັກແຫຼ່ງເພື່ອແນໃສ່ເພີ່ມທະວີຄວາມສາມາດໃນການສະກັດກັ້ນສົງຄາມ” ຂອງປະເທດນີ້.
ການ​ນຳ​ ສ​ປ​ປ.ເກົາຫຼີ Kim Jong – un ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ​ຄະ​ນະ​ພັກ​​ທະ​ຫານ​ສູນ​ກາງ - ảnh 1ການນຳ ສປປ.ເກົາຫຼີ Kim Jong – un  (ພາບ: TTXVN) 

ຕາມ KCNA ແລ້ວ, ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ ເພື່ອກວດກາ “ໜ້າທີ່ຍຸດທະສາດ” ຂອງບັນດາກົມກອງທະຫານສຳຄັນໃນການຮັບມືກັບ “ສະພາບການທະຫານຢູ່ອ້ອມຂ້າງແຫຼມເກົາຫຼີ”, ແລະ ຮັບຮອງເອົາ “ບັນຊີລາຍຊື່ແຜນການຜະລິດ ລູກປືນທີ່ສຳຄັນ”.

KCNA ໃຫ້ຮູ້ວ່າ ການນຳ KIM Jong-un ໄດ້ ເຊັນຄຳສັ່ງປະຕິບັດບັນດາໜ້າທີ່ທີ່ໄດ້ປຶກສາຫາລືຢູ່ກອງປະຊຸມຄັ້ງນີ້ ແລະ ບັນດາມາດຕະການທີ່ໄດ້ວາງອອກຢູ່ກອງປະຊຸມນັ້ນຈະ ແມ່ນ “ຂໍ້ຕົກລົງປະຫວັດສາດ” ເພື່ອຮັບປະກັນກຳລັງແຮງດ້ານການທະຫານຂອງ ສປປ.ເກົາຫຼີ. ເຖິງຢ່າງໃດກໍ່ຕາມ, KCNA ບໍ່ໄດ້ຍົກອອກບັນດາມາດຕະການ ທີ່ກ່ຽວຂ້ອງເຖິງການ “ສະກັດກັ້ນສົງຄາມ” ໄດ້ປຶກສາຫາລືຢູ່ກອງປະຊຸມຢ່າງຈະແຈ້ງ


ຕອບກັບ

ຂ່າວ/ບົດ​ອື່ນ