ການນຳ VOV ຕ້ອນຮັບຄະນະເອກອັກຄະລັດຖະທູດທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງ
(vovworld) – ວັນທີ 13/6, ຢູ່ສຳນັກງານຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV), ການນຳ VOV ໄດ້ມີການເຮັດວຽກກັບຄະນະ ເອກອັກຄະລັດຖະທູດ ຫວຽດນາມ 9 ທ່ານ ເຊິ່ງທ່ານປະທານປະເທດ ເຈືອງເຕີນຊາງ ຫາກໍ່ເຊັນຂໍ້ຕົກລົງແຕ່ງຕັ້ງໃຫ້ໄປປະຕິບັດວຽກງານການທູດຢູ່ບັນດາປະເທດຄື: ການາດາ, ສ ເກົາຫຼີ, ສ ເຊັກ, ມາຣົກ, ອາກແຮນຕີນາ, ກູຍບາ, ອາບຟຣີກາ ໃຕ້, ໂປໂລຍ ແລະ ນອກແວ. ທີ່ການຕ້ອນຮັບ, ທ່ານ ຫງວຽນດັງຕຽດ - ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ສະແດງຄວາມປາດຖະໜາຢາກໄດ້ຮັບການໜູນຊ່ວຍຢ່າງຕັ້ງໜ້າຈາກບັນດາເອກອັກຄະລັດຖະທູດໃນອາຍຸການປະຕິບັດງານຢູ່ຕ່າງປະເທດເພື່ອແນໃສ່ເພີ່ມທະວີ, ເປີດກ້ວາງການພົວພັນການທູດລະຫວ່າງ VOV ກັບບັນດາອົງການກະຈາຍສຽງ, ໂທລະພາບ ຢູ່ບັນດາປະເທດເຫຼົ່ານັ້ນ.
ໂດຍຕາງໜ້າໃຫ້ຄະນະ, ທ່ານ ໂຕແອງຢູງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ການາດາ ຢືນຢັນວ່າ: ສະຖານທູດ ຫວຽດນາມ ປະຈຳບັນດາປະເທດດັ່ງກ່າວຈະຊ່ວຍເຫຼືອ VOV ໃນການເພີ່ມທະວີການໂຄສະນາຂໍ້ມູນຂ່າວສານກັບຕ່າງປະເທດ, ເປີດບັນດາອົງການປະຈຳຂອງ VOV ຕາມການກຳນົດທິດຂອງວິທະຍຸກະຈາຍສຽງ ຫວຽດນາມ ຮອດປີ 2020.