(vovworld) - ຕອນເຊົ້າວັນທີ 10/10, ຢູ່ສູນກະຈາຍສຽງແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ (VOV) ເຮືອນເລກທີ 58, ຖະໜົນກ໋ວານຊື໋, ຮ່າໂນ້ຍ, ທ່ານ ສົມສະຫວາດ ພົງສາ, ຮອງຫົວໜ້າກົມສື່ມວນຊົນສປປ.ລາວ ພ້ອມກັບບັນດາສະມາຊິກເຊິ່ງແມ່ນບັນດາຫົວໜ້າພະແນກ, ນັກຂ່າວຢູ່ບັນດາອົງການສຳນັກຂ່າວສານ, ສື່ມວນຊົນລາວ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ VOV. ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍ ໄດ້ເປັນເຂົ້າພາບໃນການຕ້ອນຮັບ, ພ້ອມກັບການນຳບັນດາຫົວໜ່ວຍຂຶ້ນກັບ VOV. ທີ່ການຕ້ອນຮັບ, ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍ ໄດ້ແນະນຳໃຫ້ບັນດານັກຂ່າວລາວ ກ່ຽວກັບໂຄງປະກອບ, ການເຄື່ອນໄຫວຂອງ VOV ກໍຄືບັນດາຮູບແບບສື່ມວນຊົນຂອງ VOV.
“VOV ແມ່ນອົງການຂຶ້ນກັບລັດຖະບານ, ພ້ອມກັບສະຖານີໂທລະພາບຫວຽດນາມ ແລະ ສຳນັກຂ່າວສານຫວຽດນາມ. ປະຈຸບັນ, ພວກຂ້າພະເຈົ້າມີ 7 ຊ່ອງວິທະຍຸກະຈາຍສຽງ; ມີ 6 ອົງການປະຈຳຢູ່ພາຍໃນປະເທດ ແລະ ນອກນັ້ນຍັງມີ 10 ອົງການປະຈຳຕ່າງປະເທດ. ໃນນັ້ນມີອົງການປະຈຳຢູ່ຕ່າງປະເທດຄື: ຢູ່ອາຊີ ມີ ລາວ, ໄທ, ກຳປູເຈຍ, ຍີ່ປຸ່ນ, ຈີນ; ຢູ່ເອີລົບ ມີ ລັດເຊຍ, ຝລັ່ງ, ສ.ເຊັກໂກ, ຢູ່ທະວີບອາເມລິກາ ມີອົງການປະຈຳຢູ່ນະຄອນຫຼວງ ວໍຊິງຕັນ ດີ.ຊີ. ກ່ຽວກັບການກະຈາຍສຽງ, ພວກເຮົາມີລະບົບກະຈາຍສຽງ AM, FM ແລະ ເຊົ່າລະບົບກະຈາຍຄື້ນຢູ່ຕ່າງເທດເພື່ອຮັບໃຊ້ບັນດາການລາຍກະຈາຍສຽງພາກພາສາຕ່າງປະເທດ. ນອກຈາກການອອກອາກາດທາງໂທລະພາບ, ກະຈາຍສຽງ ກໍ່ລ້ວນແຕ່ໄດ້ລົງໃນເວັບໄຊຕື່ມອີກ. ກ່ຽວກັບການພົວພັນກັບສາກົນ, VOV ມີການພົວພັນກັບ 60 ອົງການກະຈາຍສຽງ, ໂທລະພາບສາກົນ ແລະ ພາກພື້ນ”.
ສະແດງຄວາມຂອບໃຈການຕ້ອນຮັບອັນອົບອຸ່ນຂອງ VOV ທີ່ສະຫງວນໃຫ້ຄະນະນັກຂ່າວລາວ, ທ່ານ ສົມສະຫວາດ ພົງສາ, ຮອງຫົວໜ້າກົມສື່ມວນຊົນລາວ, ໃຫ້ຮູ້ວ່າ.
(ທ່ານ ສົມສະຫວາດ ພົງສາ)
ພາຍຫຼັງການຕ້ອນຮັບ, ຄະນະນັກຂ່າວລາວ ໄດ້ໄປຢ້ຽມຢາມບາງຫົວໜ່ວຍຂຶ້ນກັບກຸ່ມບັນນາທິການ ແລະ ເຕັກນິກຂອງ VOV ເພື່ອຊອກຮູ້ ແລະ ມີຄວາມເຂົ້າໃຈກ່ຽວກັບການວິທີຜະລິດ, ການອອກອາກາດຂອງບັນດາລາຍການຂອງ VOV ຕື່ມອີກ.