ເຫດວາງລະເປີດສະຫຼະຊີບຢູ່ນະຄອນຫຼວງ ກາບູນ
(ພາບ: AFP/ TTXVN)
(vovworld) – ວັນທີ 13/12, ກຳລັງລູກຮື້ຂຶ້ນ ຕາລີບານ ໄດ້ເຂັ່ນຂ້າຢ່າງໜ້ອຍສຸດ 19 ຄົນ ໃນບັນດາການບຸກໂຈມຕີດ້ວຍປືນ ແລະ ເຫດວາງລະເປີດສະຫຼະຊີບ. ໃນນັ້ນ, ເຫດວາງລະເປີດສະຫຼະຊີບແນໃສ່ລົດເມຄັນໜຶ່ງຂອງກອງທັບແຫ່ງຊາດອາບການິດສຖານ ຢູ່ນະຄອນຫຼວງ ກາບູນ ໃນຕອນບ່າຍວັນທີ 13/12, ອັນໄດ້ເຮັດໃຫ້ທະຫານຢ່າງໜ້ອຍສຸດ 6 ຄົນເສຍຊີວິດ. ກ່ອນນັ້ນ, ເຈົ້າໜ້າທີ່ສານສູງສຸດອາບການິດສຖານ ທ່ານໜຶ່ງຖືກຍິງຕາຍຢູ່ມໍ່ກັບເຮືອນສ່ວນຕົວຢູ່ຊານນະຄອນຫຼວງກາບູນ. ໃນຂະນະນັ້ນ, ຢູ່ແຂວງ Helmand, ທາງພາກໃຕ້ອາບການິດສຖານ, ບັນດາມືປືນ ໄດ້ຍິງພາລະກອນເກັບກູ້ລະເບີດ 12 ຄົນເສຍຊີວິດ.