ການບຸກໂຈມຕີ ອີຣານ ຂອງ ອາເມລິກາ ຈະແມ່ນສິ່ງທີຜິດພາດ

( vovworld ) -   ວັນ​ທີ 8 ກຸມພາ​, ທ່ານ​ເອກ​ອັກຄະ​ລັດຖະທູດ ອີຣານ ປະຈຳ ມົດ​ສະ​ກູ Mahmoud Reza Sajjadi ໃຫ້​ຮູ້​ວ່າ ອີຣານ ອາດຈະບຸກ​ໂຈມ​ຕີ​ບັນດາ​ກຳລັງ​ທະຫານ​ຂອງ ອາ​ເມ​ລິ​ກາ ​ໃນ​ທົ່ວ​​ໂລກຖ້າ​ຫາກ ອາ​ເມ​ລິ​ກາ ບຸກຈົມ​ຕີ ອີຣານ. ທີ່​ການ​ປະຊຸມ​ຂ່າວ​ຢູ່ ມົດ​ສະ​ກູ, ທ່ານ​ເອກ​ອັກຄະ​ລັດຖະທູດ Sajjadi ​ເວົ້າ​ວ່າ ຖ​້າຫາກ​ ອາ​ເມ​ລິ​ກາ ດຳ​ເນີນ​ການ​ບຸກ​ໂຈມ​ຕີ​​ແນ​ໃສ່ ອີຣານ ຈະແມ່ນເລື່ອງທີ່ຜິດພາດຂອງ ເອ​ເມ​ລິ​ກາ ​​ເຖິງ​ວ່າ ​ອາ​ເມ​ລິ​ກາ ​ໄດ້​ຖະ​ແຫຼ​ງວ່າ​ບໍ່​ມີ​ແຜນການ​ຄື​ດັ່ງ​ກ່າວ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ເ​ນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ ຮູ້​ດີ​ ອີຣານ ແມ່ນປະເທດ​ຄື​ແນວ​ໃດ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຄື​ແນວ​ໃດ. ການ​ບຸກ​ໂຈມ​ຕີ​ແນ​ໃສ່ ອີຣານ ຈະ​ແມ່ນ​ການກະທຳ​ຂ້າຕົວຕາຍສຳລັບ ອາ​ເມ​ລິ​ກາ.

        ​ໃນ​ຂະນະ​ນັ້ນ, ວັນ​ທີ 8 ກຸ​ມພາ, ທ່ານ​ປະທານາທິບໍດີ ອິສະຣາ​ແອນ Shimon Peres ​ໄດ້​ຝາກ​ສານ​ສັນຕິພາບ​ເຖິງ​ປະຊາຊົນ ອີຣານ ໂດຍຢືນຢັນ​ວ່າ, ປະຊາຊົນ​ສອງ​ປະ​ເທດ​ບໍ່​ຈຳ​ເປັນຕ້ອງ​ກາຍ​ເປັນ​ສັດຕູ​ຕໍ່​ກັນ. ສານ​ຖຶກຝາກ​ໄປ​ໃນ​ສະພາບການ​ທີ່​ໃນອາທິດ​ມໍ່ໆ​ມາ​ນີ້​ໄດ້​ມີ​ຂ່າວ​ເລື່ອງກອງທັບຂອງ ອິດສະຣາ​ແອນ ອາດຈະບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່ ອີຣານ.
ຂ່າວ/ບົດ​ອື່ນ