( ພາບປະກອບຈາກອີນເຕີແນດ )
|
( vovworld ) - ຕອນເຊົ້າວັນທີ 12/3, ຢູ່ຮ່າໂນ້ຍ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ, ຄະນະກຳມະການຊົນເຜົ່າ ແລະ ອົງການການປ້ອງກັນ ແລະ ຕ້ານຢາເສບຕິດຂອງສະຫະປະຊາຊາດປະຈຳຫວຽດນາມ ( UNODC ) ໄດ້ສົມທົບກັນຈັດຕັ້ງກອງປະຊຸມສະຫຼຸບໂຄງການ “ ປ້ອງກັນ ແລະ ຕ້ານການໃຊ້ຢາເສບຕິດ ແລະ HIV ໃນໝູ່ປະຊາຊົນຊົນເຜົ່າສ່ວນໜ້ອຍຫວຽດນາມ ”. ໂດຍໄດ້ຮັບການຜັນຂະຫຍາຍຢູ່ 4 ແຂວງ: ດ້ຽນບຽນ, ລາວກາຍ, ອຽນບ່າຍ ແລະ ເຊີນລາ, ພາຍຫຼັງ 4 ປີແຫ່ງການປະຕິບັດປະຊາຊົນເປັນຈຳນວນຫຼວງຫຼາຍໄດ້ເຂົ້າຮ່ວມວຽກງານປ້ອງກັນ ແລະ ຕ້ານຢາເສບຕິດ, HIV/ AIDS. ໄລຍະຈະມາເຖິງ, UNODC ຈະສືບຕໍ່ໃຫ້ການຊ່ວຍເຫຼືອຫວຽດນາມ.