ການປະຊຸມຂອງຄະນະບໍລິຫານຂໍ້ລິເລີ່ມຕ້ານ ໄພສໍ້ລາດບັງຫຼວງພາກພື້ນອາຊີ-ປາຊີຟິກຄັ້ງທີ 17

ການປະຊຸມຂອງຄະນະບໍລິຫານຂໍ້ລິເລີ່ມຕ້ານ ໄພສໍ້ລາດບັງຫຼວງພາກພື້ນອາຊີ-ປາຊີຟິກຄັ້ງທີ 17 - ảnh 1

ຄະນະ​ປະທານ​ການ​ປະຊຸມ

(ພາບ:thanhtra.com.vn)

(TTXVN)- ວັນ​ທີ 22/10, ຢູ່​ຮ່າ​ໂນ້ຍ,  ອົງການ​ກວດກາ​ລັດຖະບານ​ໄດ້​ຈັດການ​ປະຊຸມ​ຂອງ​ຄະນະ​ນ​ບໍລິຫານຂໍ້​ລິ​ເລີ່​ມຕ້ານ​​ໄພສໍ້ລາດບັງ​ຫຼວງ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ຄັ້ງທີ 17. ນີ້​ແມ່ນ​ເຫດການ​ປະຈຳ​ປີ​ຖືກ​ຈັດ​ຂຶ້ນ​ເພື່ອ​ກວດກາ, ຕີ​ລາຄາ ​ແລະ ສືບ​ຕໍ່​ຊຸກຍູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ໃນພາກ​ພື້ນ​ອາຊີ-​ປາຊີ​ຟິກ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພສໍ້ລາດບັງ​ຫຼວງ. ກ່າວ​ຄຳ​ເຫັນ​ໄຂ​ການ​ປະຊຸມ, ທ່ານ Huynh Phong Tranh ຫົວໜ້າອົງການ​ກວດກາ​ລັດຖະບານ​ເນັ້ນໜັກ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ດ້ວຍ​ຄວາມ​ຕັດສິນ​ໃຈ​ຍູ້​ໄພສໍ້ລາດບັງ​ຫຼວງ​ໃຫ້​ຖອຍ​ໄປ ​ລັດຖະບານຫວຽດນາມ​ ​ໄດ້​ວາງ​ອອກ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກົດ​ໝາຍ, ຜັນ​ຂະຫຍາ​ຍບັນດາລາຍການ, ມາດ​ຕະການ​ປ້ອງ​ກັນ, ຕ້ານ​ໄພສໍ້ລາດບັງ​ຫຼວງຢ່າງ​ຄົບ​ຊຸດ. ວຽກ​ງານປ້ອງ​ກັນ, ຕ້ານ​ໄພສໍ້ລາດບັງ​ຫຼວງບັນລຸ​ໄດ້ບັນດາ​ໝາກຜົນ​ທີ່​ດີ, ສ້າງ​ບາ​ດກ້າ​ວຫັນປ່ຽນ​ຢ່າງຕັ້ງໜ້າ​​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັ​ນດາ​ຂະ​ແໜງ​ການ, ຂັ້ນຕ່າງ​ໆໃນ​ເບື້ອງ​ຕົ້ນ. ລັດຖະບານ​ຫວຽດນາມ ກຳນົດ​ວ່າ: ການປ້ອງ​ກັນ, ຕ້ານ​ໄພສໍ້ລາດບັງ​ຫຼວງ​ແມ່ນ​ໜ້າ​ທີ່​ຈຸດ​ສຸມຕ້ອງຍູ້​ແຮງ​ການປະຕິບັດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທີ່​ການ​ປະຊຸມ. ບັນດາ​ປະ​ເທດ​ສະມາຊິກ​ພິຈາລະນາ​ບັນດາ​ຄວາມ​ຄຶ​ບໜ້າ​ຂອງ​ປະ​ເທດ​ ​ແລະ ​ເຂດ​ແຄ້ວ​ນຕ່າງໆ​ໃນ​ວຽກ​ງານປ້ອງ​ກັນ, ຕ້ານ​ໄພສໍ້ລາດບັງ​ຫຼວງ, ​ໃນ​ນັ້ນມີ​ການ​ປະຕິບັດ​ສົນທິສັນຍາ ສປຊ ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​ໄພສໍ້ລາດບັງ​ຫຼວງ; ປະຕິບັດ​ບັນດາ​ຂໍ້​ສະຫລຸບ​ຂອງ​ກອງ​ປະຊຸມ​ພາກ​ພື້ນ​ຄັ້ງທີ 7 ຂອງ​ຂໍ້​ລິ​ເລີ່​ມຈັດຕັ້ງຢູ່ New Deli ປະ​ເທດ​ອິນ​ເດຍປີ 2011.

 

 

 

 

ຂ່າວ/ບົດ​ອື່ນ