ການປະຊຸມຂ່າວກ່ຽວກັບການເສີມຂະຫຍາຍຄຸນຄ່າວັດທະນະທຳບໍ່ມີຮູບຮ່າງຂັບຊວານ,ຟຸ໋ທໍ້
(ພາບປະກອບ)
(vovworld) - ເພື່ອຂ່ຳນັບຮັບຕ້ອນວັນມໍລະດົກຫວຽດນາມ (23/11), ຕອນບ່າຍວັນທີ 22/11, ຢູ່ນະຄອນຫວຽດຈີ່, ຄະນະກຳມະການປະຊາຊົນແຂວງ ຟຸ໋ທໍ້ ໄດ້ຈັດການປະຊຸມຂ່າວກ່ຽວກັບໝາກຜົນພາຍຫຼັງໄລຍະ 4 ປີແຫ່ງການອະນຸລັກຮັກສາ ແລະ ເສີມຂະຫຍາຍຂັບຊວານ ຟຸ໋ທໍ້ - ຄຸນຄ່າມໍລະດົກວັດທະນະທຳບໍ່ມີຮູບຮ່າງຕ້ອງໄດ້ຮັບການປົກປັກຮັກສາຢ່າງຮີບດ່ວນຂອງມວນມະນຸດ. ໂດຍປະຕິບັດຕາມສົນທິສັນຍາ Unesco ກ່ຽວກັບການປົກປັກຮັກສາວັດທະນະທຳບໍ່ມີຮູບຮ່າງ, ໃນໄລຍະ 4 ປີຜ່ານມາ, ແຂວງຟຸ໋ທໍ້ ໄດ້ຕັ້ງໜ້າຜັນຂະຫຍາຍວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກຂັບຊວານ ຟຸ໋ທໍ້. ໄລ່ຮອດເດືອນ 11/2015, ທົ່ວແຂວງຟຸ໋ທໍ້ ໄດ້ມີສະໂມສອນຂັບຊວານ 30 ແຫ່ງ, ດ້ວຍສະມາຊິກແມ່ນ 1 ພັນຄົນ. ພິເສດ, ມີປູຊະນີຍະສະຖານ 19 ແຫ່ງກ່ຽວຂ້ອງເຖິງຂັບຊວານ ລ້ວນແຕ່ໄດ້ ແລະ ພວມຮັບການຟື້ນຟູບູລະນະ, ສ້ອມແປງເພື່ອນຳເຂົ້າໃຊ້ການ. ທ່ານ ຮ່າເກ໋ຊານ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຟຸ໋ທໍ້ ໃຫ້ຮູ້ວ່າ.
“ສິ່ງທີ່ໜ້າສົນໃຈໃນຄັ້ງນີ້ແມ່ນ, ກ່ອນນີ້ນັກສິລະປະ 100% ແມ່ນຢູ່ຕາແສງຂັບຊວານ, ແຕ່ປະຈຸບັນໄດ້ຂະຫຍາຍອອກສູ່ຕາແສງອື່ນ, ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນການແຜ່ລາມຂອງຂັບຊວານ ອອກສູ່ວົງຄະນະຍາດ. ກ່ອນນີ້ 4 ປີ, ເຂົ້າຮ່ວມງານມະໂຫລານຂັບຊວານ, ສ່ວນຫຼາຍແມ່ນບັນດາແມ່ເຖົ້າຜູ້ແກ່ເທົ່ານັ້ນ, ແຕ່ໃນຄັ້ງນີ້ໄດ້ມີໄວໜຸ່ມຫຼາຍຄົນເຂົ້າຮ່ວມ. ສິ່ງດັ່ງກ່າວໄດ້ຢັ້ງຢືນໃຫ້ເຫັນວ່າ, ຂັບຊວານ ໄດ້ຮັບການສືບທອດໃຫ້ລຸ່ນຕໍ່ໆໄປແລ້ວ”.