ການປະຊຸມຂ່າວວຽກງານກະກ່ຽມໃຫ້ສັບປະດາທ່ອງທ່ຽວ Ha Long 2012
( ພາບ: xaluan.com )
( vovworld ) – ຕອນບ່າຍວັນທີ 23/4, ຢູ່ນະຄອນ Ha Long, ຄະນະກຳມະການປະຊາຊົນແຂວງ Quang Ninh ໄດ້ຈັດການປະຊຸມຂ່າວປະກາດໝາກຜົນຂອງວຽກງານການກະກຽມໃຫ້ແກ່ສັບປະດາທ່ອງທ່ຽວ Ha Long - Quang Ninh 2012 ແລະ ຄຳນັບຮັບຕ້ອນພິທີຮັບນາມມະຍົດ ອ່າວ Ha Long - ສິ່ງມະຫັດສະຈັນທຳມະຊາດໃໝ່ຂອງໂລກ. ໃນຈຳນວນການເຄື່ອນໄຫວຕ່າງໆຂອງສັບປະດາທ່ອງທ່ຽວ Ha Long - Quang Ninh 2012, ນອກຈາກ 13 ລາຍການທີ່ໄດ້ປະກາດ ຈະມີຫຼາຍລາຍການສະແດງສີລະປະທີ່ເປັນເອກະລັກສະເພາະໃນຄໍ່າຄືນວັນທີ 27/4 ຢູ່ເດີ່ນຂອງສູນວັດທະນະທຳ Ha Long ເພື່ອຄຳນັບຮັບຕ້ອນພິທີຮັບນາມມະຍົດສິ່ງມະຫັດສະຈັນທຳມະຊາດໃໝ່ຂອງໂລກ ໃນເວລາດຽວກັນຢູ່ສະໜາມກິລາແຫ່ງຊາດ My Dinh – Ha Noi. ມາຮອດປະຈຸບັນ, ວຽກງານກະກຽມໃຫ້ແກ່ສັບປະດາທ່ອງທ່ຽວ Ha Long - Quang Ninh 2012 ໄດ້ສຳເລັດແລ້ວ. ທ່ານ Ha Quang Long, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຮອງຫົວໜ້າຄະນະຊີ້ນຳສັບປະດາທ່ອງທ່ຽວ Ha Long - Quang Ninh 2012 ໃຫ້ຮູ້ວ່າ.
“ ທ້ອງຖິ່ນຕ່າງໆທີ່ເຂົ້າຮ່ວມບັນດາລາຍການດັ່ງກ່າວໄດ້ມີການກະກຽມຮຽບຮ້ອຍ ແລະ ຄົບຖ້ວນທັງຈຳນວນ ແລະ ຄຸນນະພາບ. ບັນດາລາຍການທີ່ເປັນເອກະລັກສະເພາະຄືປະດັບຍົດຂອງຊາວເຜົ່າ Dao ຢູ່ Hoanh Bo, ພິທີໄຫວ້ບູຊາເທວະດາຟ້າແຖນຂອງຊາວ San Diu ຢູ່ Van Don ຫຼື ພິນຕິງຂອງຊາວເຜົ່າ Tay ຢູ່ Binh Lieu… ເມື່ອຖາມປະຊາຊົນເຂົ້າຮ່ວມງານບຸນ, ໃຜໆກໍ່ມີຄວາມເບີກບານມ່ວນຊື່ນເມື່ອໄດ້ເຂົ້າຮ່ວມໜື່ງໃນບັນດາງານບຸນຂອງແຂວງ, ນີ້ກໍ່ແມ່ນຈຸດໃໝ່ຂອງ Canaval ປີນີ້ ເມື່ອສະແດງໃຫ້ເຫັນສີສັນວັດທະນະທຳບັນດາເຜົ່າຂອງແຂວງ Quang Ninh ”.