ພາບປະກອບ
|
(vovworld) – ກອງປະຊຸມຄັ້ງທີ 11 ຂອງຄະນະກຳມະການລະຫວ່າງລັດຖະບານອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ມີຮູບຮ່າງ ໄດ້ໂຮມປະຊຸມຢູ່ Adis Abebas, ປະເທດ Ethiopia ແຕ່ວັນທີ 28/11 – 3/12/2016. ວັນທີ 1/12/2016, ດ້ວຍຄວາມເຫັນດີເຫັນພ້ອມຂອງກອງປະຊຸມ, ຄະນະກຳມະການໄດ້ອອກມະຕິຮັບຮອງເອົາ “ການປະຕິບັດ ເຫຼື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ” ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນໃຫ້ມວນມະນຸດ” ຢ່າງເປັນທາງການ.
ເລື່ອງສຳເນົາເອກະສານ “ການປະຕິບັດ ເຫຼື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ” ໄດ້ຮັບການ ຮັບຮອງຈາກ UNESCO ວ່າແມ່ນ ມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນໃຫ້ມວນມະນຸດນັ້ນ ດ້ານໜຶ່ງໄດ້ປະກອບສ່ວນເພີ່ມທະວີທີຕັ້ງບົດບາດຂອງມໍລະດົກສຳລັບສັງຄົມ, ເຮັດໃຫ້ວັດທະນະທຳ ຫວຽດນາມ ແລະ ຂອງມະນຸດອຸດົມສົມບູນຂຶ້ນຕື່ມ, ອີກດ້ານອື່ນຈະເຮັດໃຫ້ວົງຄະນະຍາດ, ບັນດາຜູ້ປະຕິບັດການເຄື່ອນໄຫວຂອງມໍລະດົກມີຄວາມຮັບຮູ້ຢ່າງເລິກເຊິ່ງຕື່ມອີກກ່ຽວກັບມໍລະດົກຂອງຕົນເພື່ອໃຫ້ເຂົາເຈົ້າມີຄວາມເອກອ້າງທະນົງໃຈ ແລະ ຕັ້ງໜ້າກ່ວາໃນວຽກງານເຂົ້າຮ່ວມ ແລະ ພັດທະນາຄຸນຄ່າຂອງການເຫຼື້ອມໃສບູຊາພະແມ່.