ການປະທະກັນນອງເລືອດຢູ່ນະຄອນຫຼວງລີບີ

ການປະທະກັນນອງເລືອດຢູ່ນະຄອນຫຼວງລີບີ - ảnh 1
ພາບປະກອບ
(ຈາກ: Reuters)


(vovworld) – ລັດຖະມົນຕີ​ສາທາລະນະ​ສຸກ ລີ​ບີ ທ່ານ Nureddin Doghman ​ໃຫ້​ຮູ້​ວ່າ: ວັນ​ທີ 15/11, ຢ່າງ​ໜ້ອຍ​ສຸດ​ມີ 32 ຄົນ​ເສຍ​ຊີ​ວິດ ​ແລະ ​ເກືອ​ບ 400 ຄົນ​ຖືກ​ຮັບ​ບາດ​ເຈັບ​ຢູ່​ນະຄອນຫຼວງ ຈີ​ໂປ​ລີ​ ຂອງ​ປະ​ເທດ​ນີ້​ພາຍຫຼັງ​ການ​​ແຫ່​ຂະ​ບວນປະ​ທ້ວງ​ຮຽກຮ້ອງ​ບັນດາ​ກຸ່ມ​ປະກອບ​ອາວຸດທີ່​ເຄີ​ຍໜູນ​ຊ່ວຍ​ການໂຄ່ນ​ລົ້ມ​ອະດີດ​ການ​ນຳ Muammar Gaddadfi ຖອນ​ອອກ​ຈາກ​ນະຄອນຫຼວງ, ກາຍ​ເປັນການ​ໃຊ້​ຄວາມ​ຮຸນ​ແຮງ.

    ການໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ເມື່ອ​ບັນດາ​ມື​ປືນ​ຍິງ​ໃສ່​ປະຊາຊົນ​ແຫ່​ຂະ​ບວນປະ​ທ້ວງ​​ນັບ​ຮ້ອຍ​ຄົນ​ໃນ​ວີ​ນລາ​ຕ່າງໆຢູ່​ເມືອງ Gharghour, ​ເຊິ່ງ​ແມ່ນ​ສຳນັກງານ​ຂອງ​ກຸ່ມ​ປະກອບ​ອາວຸດ Misrata ຢູ່​ທິດ​ໃຕ້​ນະຄອນຫຼວງ ຈີ​ໂປ​ລີ. ຫຼັງ​ຈາກ​ນັ້ນ, ບັນດາ​ມື​ປືນ​ໄດ້​ຈຸດ​ເຜົາ​ວີນລາ​ເຫຼົ່າ​ນັ້ນ.

    ລັດຖະບານ ລີ​ບີ ​ໄດ້​ຊຸກຍູ້ບັນດາ​ຝ່າຍ​ປະກອບ​ອາວຸດ​ຢຸດ​ຍິງ​ເພື່ອ​ໃຫ້​ອຳນາດ​ການ​ປົກຄອງ​ອາດ​ຈະ​ຍົກ​ອອກ​ມາດ​ຕະການ​ຈຳ​ເປັນ​ເພື່ອ​ຟື້ນ​ຟູ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ນະຄອນຫຼວງ.

 

 

ຂ່າວ/ບົດ​ອື່ນ